Ad

Ad

13 February 2017

ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 6 ສຳເລັດຜົນຢ່າງຈົບງາມ

            ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ 6 (ນົກກົກຄຳເກມ 2017) ທີ່ແຂວງບໍລິຄຳໄຊເປັນເຈົ້າພາບ ໄດ້ສຳເລັດລົງແລ້ວໃນວັນທີ 9 ກຸມພານີ້ ພາຍຫລັງດຳເນີນມາ 9 ວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານຮອງປະທານປະເທດ ພັນຄຳ ວິພາວັນ. ໃນຂະນະທີ່ນະຄອນຫລວງວຽງຈັນຍັງຄອງເຈົ້າຫລຽນຄຳເປັນສະໄໝທີ 5 ກວດໄດ້ 26 ຫລຽນຄຳ, 23 ຫລຽນເງິນ ແລະ 29 ຫລຽນທອງ. ສ່ວນເຈົ້າພາບຕໍ່ໄປຄັ້ງທີ 7 ແມ່ນແຂວງສາລະວັນ ໃນປີ 2020.

           ໃນພິທີດ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງເຈົ້າພາບ ໄດ້ກ່າວສະຫລຸບຜົນສຳ ເລັດໃນການແຂ່ງຂັນວ່າ: ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງນີ້ ດຳເນີນການແຂ່ງຂັນມາແຕ່ວັນທີ 1 ກຸມພານີ້ ໃນ 12 ປະເພດກິລາດ້ວຍກັນ ໂດຍແມ່ນນັກກິລານະຄອນ ຫລວງວຽງຈັນຍັງຄອງເຈົ້າຫລຽນຄຳເປັນສະໄໝທີ 5 ທີ່ຍາດມາໄດ້ 78 ຫລຽນ, ໃນນັ້ນມີ 26 ຫລຽນຄຳ, 23 ຫລຽນເງິນ ແລະ 29 ຫລຽນທອງ; ແຂວງສະຫວັນນະເຂດຍາດໄດ້ 59 ຫລຽນ, ໃນນັ້ນມີ 21 ຫລຽນຄຳ, 24 ຫລຽນເງິນ ແລະ 14 ຫລຽນທອງ ຢູ່ອັນດັບທີ 2; ແຂວງບໍລິຄຳໄຊເຈົ້າພາບຍາດໄດ້ 55 ຫລຽນ, ໃນນັ້ນມີ 17 ຫລຽນຄຳ, 16 ຫລຽນເງິນ ແລະ 22 ຫລຽນທອງ ຢູ່ອັນດັບທີ 3; ແຂວງຈຳປາສັກຍາດໄດ້ 29 ຫລຽນ, ໃນນັ້ນມີ 10 ຫລຽນຄຳ, 15 ຫລຽນເງິນ ແລະ 16 ຫລຽນທອງ ຢູ່ອັນດັບທີ 4; ແຂວງອຸດົມໄຊຍາດໄດ້ 29 ຫລຽນ, ໃນນັ້ນມີ 10 ຫລຽນຄຳ, 9 ຫລຽນເງິນ ແລະ 10 ຫລຽນທອງ ຢູ່ອັນດັບທີ 5; ແຂວງຊຽງຂວາງຍາດໄດ້ 27 ຫລຽນ, ໃນນັ້ນມີ 10 ຫລຽນຄຳ, 4 ຫລຽນເງິນ ແລະ 13 ຫລຽນທອງ ຢູ່ອັນດັບທີ 6; ແຂວງຫລວງພະບາງຍາດໄດ້ 35 ຫລຽນ, ໃນນັ້ນມີ 9 ຫລຽນຄຳ, 6 ຫລຽນເງິນ ແລະ 20 ຫລຽນທອງ ຢູ່ອັນດັບທີ 7; ແຂວງບໍ່ແກ້ວຍາດໄດ້ 12 ຫລຽນ, ໃນນັ້ນມີ 6 ຫລຽນຄຳ, 3 ຫລຽນເງິນ ແລະ 3 ຫລຽນທອງ ຢູ່ອັນດັບທີ 8; ແຂວງຫົວພັນຍາດໄດ້ 15 ຫລຽນ, ໃນນັ້ນມີ 6 ຫລຽນຄຳ, 1 ຫລຽນເງິນ ແລະ 8 ຫລຽນທອງ ຢູ່ອັນດັບທີ 9; ແຂວງຄຳມ່ວນຍາດມາໄດ້ 4 ຫລຽນຄຳ, 8 ຫລຽນເງິນ ແລະ 14 ຫລຽນທອງ ລວມ 26 ຫລຽນ ຢູ່ອັນດັບທີ 10; ແຂວງອັດຕະປືຍາດໄດ້ 3 ຫລຽນຄຳ, 4 ຫລຽນເງິນ ແລະ 8 ຫລຽນທອງ ລວມ 15 ຫລຽນ ຢູ່ອັນດັບທີ 11; ແຂວງໄຊຍະບູລີຍາດໄດ້ 2 ຫລຽນຄຳ, 6 ຫລຽນເງິນ ແລະ 7 ຫລຽນທອງ ລວມ 15 ຫລຽນ ຢູ່ອັນດັບ 12; ແຂວງສາລະວັນຍາດໄດ້ 1 ຫລຽນຄຳ, 1 ຫລຽນເງິນ ແລະ 3 ຫລຽນທອງ ລວມ 5 ຫລຽນ ຢູ່ອັນດັບ 13; ແຂວງໄຊສົມບູນຍາດໄດ້ 1 ຫລຽນຄຳ ແລະ 1 ຫລຽນທອງ ລວມ 2 ຫລຽນ ຢູ່ອັນດັບທີ 14; ແຂວງວຽງຈັນຍາດໄດ້ 3 ຫລຽນເງິນ ແລະ 3 ຫລຽນທອງ ລວມ 6 ຫລຽນ ຢູ່ອັນດັບທີ 15; ແຂວງຫລວງນ້ຳທາຍາດໄດ້ 2 ຫລຽນເງິນ ແລະ 2 ຫລຽນທອງ ລວມ 4 ຫລຽນ ຢູ່ອັນດັບທີ 16; ແຂວງຜົ້ງສາລີຍາດໄດ້ 1 ຫລຽນເງິນ ແລະ 2 ຫລຽນທອງ ລວມ 3 ຫລຽນ ຢູ່ອັນດັບທີ 17 ແລະ ແຂວງເຊກອງຍາດໄດ້ 1 ຫລຽນທອງ ຢູ່ອັນດັບທີ 18 ຈາກການຊີງໄຊກັນທັງໝົດ 126 ຫລຽນຄຳ, 126 ຫລຽນເງິນ ແລະ 176 ຫລຽນທອງ.
            ໃນໂອກາດອັນຟົດຟື້ນນີ້, ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ໄດ້ໃຫ້ກຽດກ່າວປິດງານດັ່ງກ່າວຢ່າງເປັນທາງການ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງຄະນະຮັບຜິດຊອບ, ຄະນະພັກ, ອຳນາດການປົກຄອງ, ພີ່ນ້ອງຊາວແຂວງບໍລິຄຳໄຊ, ຜູ້ໃຫ້ການອຸປະຖຳ-ສະໜັບສະໜູນ ຕະຫລອດຮອດຄູ-ອາຈານ ແລະ ນັກກິລາທີ່ໄດ້ປະກອບສ່ວນເຂົ້າໃນງານຄັ້ງນີ້ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈົບງາມ. ພ້ອມດຽວກັນ ກໍໄດ້ມີການສວນສະໜາມຂອງກ້ອນກັລງຕ່າງໆ, ພ້ອມທັງພິທີເຊີນທຸງຊາດ ແລະ ທຸງກິລາລົງຈາກຍອດເສົາ ກ່ອນຈະມີພິທີມອບທຸງກິລາໃຫ້ແກ່ແຂວງສາລະວັນເປັນເຈົ້າພາບຕໍ່ໄປໃນປີ 2020 ໂດຍການຂຶ້ນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ເຊິ່ງທ່ານກໍໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນທີ່ໄດ້ຮັບກຽດຢ່າງສູງໃນການເປັນເຈົ້າພາບກິລາດັ່ງກ່າວຄັ້ງຕໍ່ໄປໃນປີ 2020 ໃຫ້ປະສົບຜົນສຳເລັດ.
           ສລັບລາຍການສະແດງສິລະປະວັນນະຄະດີຂອງແຂວງເຈົ້າພາບມີ 5 ລາຍການຄື: 1. ປິດສະໜາລຳສາລະວັນສະແດງເຖິງຄວາມສາມັກຄີ, ວິຖີຊີວິດ ແລະ ຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບັນພະບູລຸດຂອງຊາວແຂວງສາລະວັນ. ພ້ອມນັ້ນ ກໍມີການສະແດງຟ້ອນລຳສາລະວັນ ຂອງນ້ອງນັກຮຽນຈຳນວນ 32 ຄົນ ຈາກ ມສ ສາລະວັນ ແລະ ມສ ອົງແກ້ວ.

ລາຍການທີ 2 ຮ້ອງເພງ ນັດພົບກັນປີ 2020ເພື່ອເຊີນຊວນນັກກິລາເຂົ້າຮ່ວມງານມະຫະກິລານັກຮຽນຄັ້ງທີ 7 ປີ 2020 ຂອງນ້ອງນັກຮຽນຈຳນວນ 32 ຄົນ ຈາກ ມສ ສາລະວັນ ແລະ ມສ ອົງແກ້ວ. ລາຍການທີ 3 ເປັນບົດຟ້ອນ ຮ່ວມໃຈສະຫລອງໄຊຂອງນ້ອງນັກຮຽນຈຳນວນ 210 ຄົນ ຈາກໂຮງຮຽນ ມສ ສີທ່ານາໄຊ. ລາຍການທີ 4 ເປັນບົດຟ້ອນ ລູກຫລານລຸງ ສີສົມພອນ ລໍວັນໄຊ ຫ່າງໄກສິ່ງເສບຕິດ ເພື່ອສືບທອດພາລະກິດຂອງຊາດສະແດງໂດຍນ້ອງນັກຮຽນຈຳນວນ 210 ຄົນ ຈາກໂຮງຮຽນ ມສ ສີທ່ານາໄຊ ແລະ ປິດທ້າຍກັນທີ່ບົດຟ້ອນ ອະນາ ຄົດຂອງຊາດສະແດງໂດຍນ້ອງນັກຮຽນຈຳນວນ 420 ຄົນ ຈາກໂຮງຮຽນ ມສ ສີທ່ານາໄຊ ແຂວງເຈົ້າພາບເຊັ່ນກັນ. 

No comments:

Post a Comment