Ad

Ad

13 February 2017

ການນໍາຂັ້ນສູງ ໄດ້ຮັບການຍົກລະດັບການຄຸ້ມຄອງເສດຖະກິດມະຫາພາກ

              ທະນາຄານ ແຫ່ງ ສປປ ລາວ (ທຫລ) ຮ່ວມກັບກອງທຶນການເງິນສາກົນ (IMF) ໄດ້ຈັດການສໍາມະນາ ພາຍໃຕ້ຫົວຂໍ້:ການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ແກ່ບັນດາລັດຖະມົນຕີ-ເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະກໍາມະທິການສະພາແຫ່ງຊາດ, ຫົວໜ້າກົມຈາກກະຊວງກ່ຽວຂ້ອງ, ຜູ້ບໍລິຫານລັດວິສາຫະກິດ ແລະທະນາຄານທຸລະກິດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພາວ ໄຟສິດ ຜູ້ວ່າການ ທຫລ ແລະທ່ານ Chang Yong Rhee ຫົວໜ້າກົມອາຊີ ປາຊີ ຟິກ-IMF ເຊິ່ງໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2017 ທີ່ນະຄອນຫຼວງວຽງຈັນ, ພ້ອມນີ້ ກໍມີບັນດາຊ່ຽວຊານຈາກ IMF, 
ຫ້ອງການຕິດຕາມເສດຖະກິດມະຫາພາກ ອາຊຽນ+3 (AMRO) ແລະທະນາຄານແຫ່ງປະເທດໄທ.
           ການສໍາມະນາຄັ້ງນີ້ ໂດຍເຫັນໄດ້ຄວາມໝາຍຄວາມສໍາຄັນໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະຮັກສາການຂະຫຍາຍຕົວແບບຍືນຍົງຂອງປະເທດ, ທຫລ ແລະ IMF ຈຶ່ງໄດ້ຮ່ວມກັນຈັດການສໍາມະນາເພື່ອຍົກລະດັບດ້ານວິຊາການໃຫ້ແກ່ບັນດາການນຳຂັ້ນສູງຂອງ ສປປລາວ ໃນທຸກຂະແໜງການໃຫ້ຮັບຮູ້ພື້ນຖານການຄູ້ມຄອງເສດ ຖະກິດມະຫາພາກໄລຍະໃໝ່, ສະພາບການພັດທະນາເສດຖະກິດພາກພື້ນ ແລະສາກົນເປັນເອກະພາບດ້ານນະໂຍບາຍ ກໍ່ຄືການຈັດຕັ້ງປະຕິບັດ, ສາຍກ່ຽວພັນລະບົບເສດຖະກິດຂອງຂະແໜງການຕ່າງໆ ທີ່ມີການສະໜັບສະໜູນ ແລະມີການສົ່ງຜົນກະທົບຊື່ງກັນ ແລະກັນ ແນໃສ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຊຶ່ງເປັນຊ່ວງໄລຍະເວລາທີ່ປະເທດພວກເຮົາກຳລັງສຸມໃສ່ແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດມະຫາພາກ ໄປພ້ອມກັບການກຳນົດແຜນການປັບປຸງໂຄງສ້າງເສດຖະ ກິດໃນປີ 2016-2020ພ້ອມດຽວກັນນີ້ ກໍ່ເເມ່ນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ເພື່ອສ້າງບາດລ້ຽວໃໝ່ໃນການນໍາເອົາ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປິ 2020.
           ຕໍ່ໜ້າສະພາບຄວາມເປັນຈິງຄືດັ່ງກ່າວ ມັນເລັ່ງທວງໃຫ້ມີການແກ້ໄຂສະພາບຄ່ອງທາງດ້ານການເງິນ, ຟື້ນຟູລະບົບ ການຜະລິດ-ທຸລະກິດ ໄປພ້ອມກັບກັບການສ້າງແຜນການປັບປຸງໂຄງສ້າງເສດຖະກິດໃນຊຸມປີຕໍ່ໜ້າ ເພື່ອຮັບມືກັບຄວາມສ່ຽງຕ່າງໆຈາກຄວາມບໍ່ແນ່ນອນຂອງສະພາບແວດລ້ອມເສດຖະກິດ-ການເງິນຂອງສາກົນ ເພື່ອສ້າງບາດກ້າວອັນໜັກແໜ້ນ ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະໄປຕາມທິດຍືນຍົງຕາມຄາດໝາຍກຳນົດໄວ້.
           ດັ່ງນັ້ນ ການດໍາເນີນນະໂຍບາຍ ແລະມາດຕະການໃນການຄຸ້ມຄອງສະຖຽນລະພາບເສດຖະກິດມະຫາພາກໃນຕໍ່ໜ້າຈະສຸມໃສ່ສ້າງຄວາມເຊື່ອໝັ້ນ ເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ດ້ານການເງິນ-ງົບປະມານ ຈະສຸມໃສ່ການຄຸ້ມຄອງລະບົບການເງິນແຫ່ງຊາດໃຫ້ເຂັ້ມແຂງ, ແກ້ໄຂບັນຫາໜີ້ສິນ, ປັບປຸງເກັບພາສີອາກອນ, ຈຳກັດລາຍຈ່າຍນອກແຜນໃນການລົງທຶນພາກລັດ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະກາງ ລວມທັງຂະໜາດໃຫຍ່ ແລະການລົງທຶນຕ່າງປະ ເທດ ເພື່ອເປັນກຳລັງແຮງກະຕຸກຊຸກຍູ້ກິດຈະກຳທາງດ້ານເສດຖະກິດ; ສຳລັບດ້ານການເງິນ-ເງິນຕາ ຈະສືບຕໍ່ຄວບຄຸມເງິນເຟີ້ໃຫ້ຕໍ່າ, ປັບປຸງນະໂຍບາຍອັດຕາດອກເບ້ຍໃຫ້ມີຄວາມເໝາະສົມເພື່ອກະຕຸ້ນເສດຖະກິດ ເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະກາງທີ່ເປັນຮາກເຫງົ້າຂອງພື້ນຖານເສດຖະກິດແຫ່ງຊາດເຂົ້າເຖິງແຫຼ່ງທຶນ, ປັບປຸງກົນໄກກຳນົດອັດຕາແລກປ່ຽນມີຄວາມຄ່ອງຕົວ, ສ້າງຄວາມເຂັ້ມແຂງທາງດ້ານຄັງສຳຮອງຄັງເງິນຕາຕ່າງປະເທດ, ຄຸ້ມຄອງຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະສະຖາບັນການເງິນ ແລະປັບປຸງໂຄງສ້າງທະນາຄານທຸລະກິດລັດໃຫ້ເຂັ້ມແຂງ.

                                             # ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment