Ad

Ad

13 February 2017

ໄທມອບອຸປະກອນຮັບໃຊ້ຫ້ອງວິໄຈຄຸນນະພາບອາຫານສັດ ແລະ ຫ້ອງວິໄຈພະຍາດປາໃຫ້ລາວ

ວັນທີ 10 ກຸມພານີ້, ກົມການຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະທເດ ລາຊະອານາຈັກໄທໄດ້ມອບອຸປະກອນຮັບໃຊ້ຫ້ອງວິໄຈຄຸນນະພາບອາຫານສັດ ແລະ ຫ້ອງວິໄຈພະຍາດປາໃຫ້ແກ່ກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ປ່າໄມ້, ຕົກເປັນມູນຄ່າ 13 ລ້ານກວ່າບາດ  ຫຼື ປະມານ 3 ຕື້ກວ່າກີບ, ເຊິ່ງພິທີມອບຮັບໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນລະຫວ່າງທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ
ລາຊະນານາຈັກໄທປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມນຳດ້ວຍ.

ໃນພິທີຜູ້ອຳນວຍການສ່ວນໃຫ້ຄວາມຮ່ວມມືຕ່າງປະເທດ,ກົມການຮ່ວມມືລະຫວ່າງປະ ເທດ ກະຊວງການຕ່າງປະເທດແຫ່ງລາຊະນະອາຈັກໄທໄດ້ລາຍງານຄວາມເປັນມາຂອງໂຄງ ການນີ້ວ່າ: ໃນໄລຍະຜ່ານມາທັງສອງປະເທດໄທ-ລາວ, ເວົ້າລວມ, ເວົ້າສະເພາະກົມການຮ່ວມມືລະວຫ່າງປະເທດ ກະຊວງການຕ່າງປະເທດ ລາຊະອານາຈັກໄທ ແລະ ກົມລ້ຽງສັດ ແລະການປະມົງ ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ສ້າງ 2 ໂຄງການຮ່ວມມືສອງຝ່າຍຂຶ້ນຄື: ໂຄງການພັດທະນາຫ້ອງວິໄຈຄຸນນະ ພາບອາຫານສັດ ແລະ ໂຄງການພັດທະນາຫ້ອງວິໄຈພະຍາດປາ, ໂດຍການສະໜັບສະໜູນໄທ ເພື່ອເນັ້ນໃສ່ການສ້າງບຸກຄະນະລາກອນຂອງ ກົມລ້ຽງສັດ ແລະ ການປະມົງ, ຂອງລາວໃຫ້ມີຄວາມຮູ້ຄວາມສາມາດໃນການວິໄຈພະຍາດປາ, ວິເຄາະ ແລະ ກວດກາສານພິດຕົກຄ້າງອາຫານສັດໃຫ້ມີຄວາມປອດໄພ, ດ້ວຍການຝຶກອົບຮົມ ແລະ ການໃຫ້ທືນສຶກສາລະດັບປະລິນຍາໂທ, ພ້ອມທັງຊ່ວຍຍົກລະດັບຫ້ອງວິໄຈດັ່ງກ່າວໂດຍການສະໜອງເຄື່ອງມືອຸປະອນທີ່ໄດ້ມາດຕະຖານ, ທັນສະໄໝ, ມີຄວາມຊັດເຈນ ແລະ ວ່ອງໄວ ດັ່ງນັ້ນ ໃນນາມຕາງໜ້າໃຫ້ລັດຖະບານໄທຫວັງວ່າທັງສອງໂຄງການຈະສາມາດບັນລຸຕາມປະສົງ ແລະ ລະດັບຄາດໝາຍວາງໄວ້ຄື: ສາມາດເພີ່ມປະລິມານອາຫານສັດ ແລະ ຍົກລະດັບມາດຕະຖານ, ຄວາມປອດໄພໃນອາຫານສັດ, ລວມເຖິງການປ້ອງກັນສານພິດຕົກຄ້າງ ແລະ ສາມາດເພີ່ມຄຸນນະພາບອາຫານສັດ, ເຊັ່ນ: ງົວ, ໝູ ແລະ ໄກ່ ເພື່ອຄວາມປອດໄພດ້ານອາຫານຕໍ່ຜູ້ບໍລິໂພກ, ສາມາດວິໄຈການເກີດພະຍາດຂອງປາ,ໂດຍສະເພາະປານ້ຳຈືດ ແລະ ເພີ່ມຄວາມສາມາດໃນການກວດກາຟາມລ້ຽງປາໃຫ້ມີມາດຕະຖານ, ປອດໄພ ແລະ ຊ່ວຍຫຼຸດປະລິມານການຕາຍຂອງປາ ແລະ ເພີ່ມອັດຕາການບໍລິໂພກອາ ຫານໂປຣຕິນໃຫ້ໄດ້ຕາມາດຕະຖານ ແລະ ຖືກຫຼັກອະນາໄມ.

No comments:

Post a Comment