Ad

Ad

13 February 2017

ເກີດໄຟໄໝ້ອາຄານສາກົນຂອງໂຮງໝໍມະໂຫສົດໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ


        ຜູ້ລາຍງານໃຫ້ຮູ້ວ່າ: ເວລາປະມານ 21:50ໂມງ ຂອງວັນທີ 10 ກຸມພາຜ່ານມານີ້, ໄດ້ເກີດໄຟໄໝ້ອາຄານສາກົນ ຂອງໂຮງໝໍມະໂຫສົດ, ເຂດບ້ານເກົ້າຍອດ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຊຶ່ງໄຟໄດ້ລຸກໄໝ້ພາຍໃນຕຶກຢ່າງໄວວາ. ຈາກນັ້ນ ແພດໝໍ ໄດ້ຊ່ວຍເອົາຄົນເຈັບອອກຈາກອາຄານຢ່າງຮີບດ່ວນ ແລະ ແຈ້ງຕໍ່ເຈົ້າໜ້າທີ່ດັບເພີງ ເພື່ອເຂົ້າຊ່ວຍດັບມອດໄຟໃນຄັ້ງນີ້ບໍ່ໃຫ້ລຸກລາມເປັນບໍລິເວນກວ້າງ, ຊຶ່ງມີອຸປະກອນ ແລະ ເຄື່ອງມືການແພດເສຍຫາຍສົມຄວນ. ສ່ວນສາເຫດຂອງອັກຄີໄພຄັ້ງນີ້ ພວມຢູ່ໃນຂັ້ນຕອນການກວດກາຂອງເຈົ້າໜ້າທີ່.

          ຂ່າວໃຫ້ຮູ້ອີກວ່າ: ຕອນເຊົ້າຂອງວັນທີ 11 ກຸມພາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນປະຊາຊົນ, ຢູ່ບ້ານທາງໂຄ້ງ, ເມືອງປາກງື່ມ ນະຄອນຫລວງວຽງຈັນ ຊຶ່ງເປັນເຮືອນຮ້ານແອ້ມດ້ວຍໄມ້ໝົດຫລົງ ເຮັດໃຫ້ໄຟທີ່ລຸກລາມໄປທົ່ວເຮືອນຢ່າງໄວວາ ເສຍຫາຍໝົດຫລັງ, ສ່ວນສາເຫດ ແລະ ມູນຄ່າເສຍຫາຍ ພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່ເຊັ່ນກັນ.

No comments:

Post a Comment