Ad

Ad

11 September 2014

ເກີດເຫດຍິງກັນເສຍຊີວິດໜຶ່ງຄົນ



     ເຈົ້າໜ້າທີ່ພະແນກສືບສວນ- ສອບສວນນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ເວລາປະມານ 11:30 ໂມງຂອງວັນທີ 10 ກັນ ຍານີ້, ໄດ້ເກີດເຫດຍິງກັນເສຍຊີ ວິດໜຶ່ງຄົນ, ຢູ່ທົ່ງນາແຄມເສັ້ນ ທາງຕັດໃໝ່ໜອງບຶກ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ຜູ້ເສຍຊີວິດຊື່ທ້າວ ແກ້ວອຸດອນ ອາຍຸ  31 ປີ ຢູ່ບ້ານ ສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຖືກຍິງດ້ວຍປືນສັ້ນເຂົ້າ ບໍລິເວນບ່າເບື່ອງຊ້າຍຈຳນວນ 6 ນັດ ແລະ ມີປືນສັ້ນເນັບຢູ່ແອວໜຶ່ງກະບອກ ແລະ ຢູ່ໃກ້ນັ້ນປະມານ 10 ແມັດ, ມີລົດ ຈີບຟໍຈູນເນີສີຂາວໝາຍ ເລກທະບຽນ ຣທ 6999 ນະຄອນ ຫລວງວຽງຈັນ, ເຊິ່ງເປັນລົດ ຂອງຜູ້ຕາຍ.
      ຜ່ານການສືບສວນຍາດພີ່ ນ້ອງຜູ້ຕາຍຮູ້ວ່າ: ທ້າວ ແກ້ວອຸດອນ ໄດ້ຂີ່ລົດອອກມາພົບລູກຄ້າທີ່ຕ້ອງການແລກປ່ຽນເງິນ ແລະຖືກຄົນຮ້າຍດັກຍິງເສຍຊີ ວິດດັ່ງກ່າວ, ເຊິ່ງເບື້ອງຕົ້ນເຈົ້າ ໜ້າທີ່ມຸ້ງປະເດັນໄປທີ່ເປັນການຂ້າເພື່ອປຸ້ນຊັບ.


.............................................................................
ສະໜັບສະໜູນຂ່າວໂດຍ ບໍລິສັດ ຍອດດອຍ ບໍລິການ ຈຳກັດ https://www.facebook.com/pages/Yortdoy-Service/689216084502711?ref=hl

No comments:

Post a Comment