Ad

Ad

11 September 2014

ເຈົ້າໜ້າທີ່ກຽມປະຕິບັດວິໄນຕໍ່ກຸ່ມນັກຮຽນຍິງຕີກັນຢ່າງ​ຮ້າຍ​​ແຮງ​ຢູ່​ຕໍ່ໜ້າ ມ.ສ ວຽງ​ຈັນ



     ໃນຕອນບ່າຍວັນທີ 10 ກັນຍານີ້, ຢູ່ພະແນກສຶກສາທິການ ແລະ ກິລາ ນະ ຄອນຫລວງວຽງຈັນ ເຈົ້າໜ້າທີ່ຕຳຫລວດ ກອງຄະດີນະຄອນຫລວງວຽງຈັນ, ໄດ້ເຊີນພໍ່ແມ່ຜູ້ປົກຄອງ, ພ້ອມຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ແລະ ກຸ່ມ ນັກຮຽນ ຍິງ ເຂົ້າຮ່ວມປຶກສາຫາລືສ່ອງໜ້າຫົວໜ້າ ແລະ ຮອງຫົວໜ້າພະແນກ ສຶກສາ ແລະ ກິລານະຄອນຫລວງວຽງຈັນ ກ່ຽວກັບກໍລະນີກຸ່ມນັກຮຽນຍິງກໍ່ການ ອາລະວາດຕີກັນຢູ່ຕໍ່ໜ້າໂຮງຮຽນ ມ.ສ ວຽງຈັນ ໃນເວລາ 14 ໂມງ ຂອງ ວັນທີ 9 ກັນຍາ 2014,  ໂດຍເຈົ້າໜ້າທີ່ຕຳຫລວດໄດ້ນຳຕົວຄູ່ກໍລະນີຜູ້ກໍ່ເຫດເຂົ້າສອບສວນ ຊ່ອງໜ້າຜູ້ຮັບຜິດຊອບພະແນກສຶກສານະຄອນຫລວງວຽງຈັນ ແລະ ຄູອາຈານ ຈາກໂຮງຮຽນທີ່ກ່ຽວຂ້ອງເພື່ອຊອກຫາສາເຫດຂອງ ການອາລະວາດຕີກັນເພື່ອປະກອບຄະດີກຽມປະຕິບັດວິໄນຕໍ່ຜູ້ກະ ທຳຜິດ.

     ຜ່ານການສອບສວນຊອກ ຫາຂໍ້ມູນຄວາມເປັນຈິງຂອງ ການອາລະວາດຕີກັນ ໃນຄັ້ງນີ້ ປະກອບມີນັກຮຽນຍິງຈາກໂຮງຮຽນມັດທະຍົມແຫ່ງຕ່າງໆເປັນຕົ້ນໂຮງ ຮຽນມັດທະຍົມໜອງບອນ, ໂພນທັນ, ມາລະສິນ, ສຸກສະຫວັດ, ລຽວໂຕ້, ສີຖານ ເໜືອ ແລະ ໂຮງຮຽນ ມ.ສ ວຽງຈັນ ໄດ້ລວມກຸ່ມກັນ ຈຳນວນ 6 ຄົນ ແລະ ເຂົ້າ ມາລ້ອມຕີນັກ ຮຽນ ຍິງ ຄົນດຽວຢູ່ຕໍ່ ໜ້າໂຮງຮຽນ ມ.ສ ວຽງຈັນຢ່າງເປີດແປນ ແລະ ມີອີກ 2 ຄົນ ເປັນຜູ້ຖ່າຍຄຣິບ ວີດີໂອເພື່ອນຳໄປເຜີຍແຜ່ໃນສື່ ອອນລາຍ ຕ່າງໆອັນໄດ້ສ້າງ ຄວາມເຊື່ອມເສຍໃຫ້ກັບໂຮງ ຮຽນ ແລະ ຜູ້ປົກຄອງທີ່ລູກ ຫລານຂອງຕົນສ້າງຄວາມອັບ ອາຍຂາຍໜ້າໃຫ້ ແກ່ບ້ານເມືອງ, ກໍໃຫ້ເກີດສະພາບຫຍໍ້ທໍ້ໃຫ້ແກ່ ນັກຮຽນນັກສຶກສາທີ່ເປັນຄັ້ງທຳອິດໃນນະຄອນຫລວງວຽງຈັນ, ເຖິງຂັ້ນ ໄດ້ຮັບບາດເຈັບ, ໂດຍທາງເຈົ້າໜ້າທີ່ຈະເອົາໃຈໃສ່ ສອບສວນກໍລະນີດັ່ງກ່າວຢ່າງເອົາຈິງເອົາຈັງ ແລະ ດຳເນີນຄະດີຜູ້ກະ ທຳຜິດຢ່າງເຂັ້ມງວດເພື່ອເປັນແບບຢ່າງໃຫ້ຜູ້ອື່ນໆ.

2 comments:

  1. ໂອ ແນວນີ້ກະມີນໍ ນ້ອງນັກຮຽນ
    ຍັງນ້ອຍກະສ່ຳນີ້ ໃຫຍ່ເປັນສາວມາຈັດຊິສຳ່ໃດ

    ReplyDelete
  2. ຢາກໃຫ້ລາຍງານລະອຽດ ການປະຕິບັດວິໄນ ແລະ ການຊົດໃຊ້ຄ່າເສຍຫາຍ, ເພື່ອເປັນບົດຮຽນ ແລະ ຄວາມຮູ້ຕໍ່ຄົນທົ່ວໄປ. ແລະ ເປັນມາດຕະຖານ ໃນການປະຕິບັດວິໄນ ຫາກເກີດເຫດການແບບນີ້ອີກ.

    ReplyDelete