Ad

Ad

11 September 2014

ເມືອງຈັນທະບູລີເລີກຮື້ປ້າຍໂຄສະນາຊະຊາຍແຄມທາງ



       ເຈົ້າໜ້າທີ່ຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງຈັນ ທະບູລີ, ນະຄອນ ຫລວງວຽງຈັນ, ໄດ້ລົງເລີກຮື້ປ້າຍໂຄສະ ນາຂອງບັນດາຫ້າງຮ້ານ, ບໍລິ ສັດ, ຫົວ ໜ່ວຍທຸລະກິດຕ່າງໆ ທີ່ຕັ້ງຢັງຢາຍຢູ່ຕາມແຄມເສັ້ນ ທາງສຳຄັນໃນຂອບເຂດຮັບຜິດ ຊອບຂອງຕົນ, ເນື່ອງຈາກປ້າຍ ເຫລົ່ານັ້ນສ້າງຄວາມບໍ່ເປັນລະ ບຽບຈົບງາມໃຫ້ແກ່ ຕົວເມືອງ ແລະ ສາຍຕາແຂກຕ່າງປະເທດ ທີ່ມາທ່ອງທ່ຽວ ແລະ ເຂົ້າຮ່ວມ ກອງປະ ຊຸມສາກົນສຳຄັນຕ່າງໆທີ່ປະເທດເຮົາໄດ້ຮັບກຽດເປັນ ເຈົ້າພາບຄື: ກອງປະຊຸມສຶກ ສາອາຊຽນ ແລະ ກອງປະຊຸມສະ ມັດຊາລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ ຄັ້ງທີ 35 ແລະ ວັນປະຫວັດສາດສຳຄັນອື່ນໆຂອງລາວນຳດ້ວຍໂດຍ ປ້າຍໂຄສະນາທີ່ຖືກເລີກຮື້, ສ່ວນຫລາຍເປັນຂອງຜູ້ປະກອບການບໍລິສັດທ່ອງ ທ່ຽວ, ຮ້ານອາຫານ ແລະ ການບໍລິການ ອື່ນໆ, ອັນໄດ້ສ້າງຄວາມບໍ່ເປັນ ລະບຽບຈົບງາມໃຫ້ແກ່ຕົວ ເມືອງ, ເຊິ່ງຜ່ານມາພາກ ສ່ວນກ່ຽວຂ້ອງໄດ້ແຈ້ງເຕືອນໃຫ້ຜູ້ປະກອບການຮັບຮູ້ສອງຄັ້ງແລ້ວ ເພື່ອບໍ່ໃຫ້ນຳເອົາປ້າຍໂຄສະນາຂອງຕົນອອກມາຕັ້ງ ກວມເອົາແຄມ ທາງໃນໄລຍະນີ້, ເນື່ອງ ຈາກຢູ່ໃນໄລຍະເປັນເຈົ້າພາບ ກອງປະຊຸມລັດຖະມົນຕີສຶກສາ ອາຊຽນຄັ້ງທີ 8 ໃນວັນທີ 9 - 12 ກັນຍາ ແລະ ກອງປະຊຸມສະມັດ ຊາລັດຖະສະພາລະຫວ່າງຊາດ ອາຊຽນ ຫລື ໄອປາ ຄັ້ງທີ 35 ໃນ ວັນທີ 14 - 20 ກັນຍາ 2014 ນີ້.

No comments:

Post a Comment