Ad

Ad

11 September 2014

ຟອດ ຖື​ສຳຄັນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ



     ຕະຫລອດ​ໄລຍະ​ການ​ດຳ​ເນີນ​ທຸລະ​ກິດຈຳໜ່າຍ​ລົດ ​ແລະ ຜະ ລິດ​ຕະພັນ​ຂອງ​ບໍລິສັດ ​ລາວ ຟອດ ຊີ​ຕີ ຢູ່​ລາວ, ສິ່ງ​ໜຶ່ງ​ທີ່​ບໍ ລິສັດ​ດັ່ງກ່າວ​​ໄດ້​ຄຳນຶງ​ເຖິງ ແມ່ນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສະນັ້ນ​ໃນ​ວັນ​ທີ 9 ກັນຍາ​ຂອງ​ທຸກ​ປີຕົວ​ແທນ​ຈຳ ໜ່າຍ​ລົດ​ຟອດ​ໃນ​ທົ່ວ​ໂລກລວມ​ເຖິງ​ຢູ່​ລາວ​ໄດ້​ພ້ອມ​ກັນ​ຈັດ​ກິດຈະ​ກຳ​​​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ​ນີ້ຂຶ້ນ ກໍດັ່ງໃນ​ວັນ​ທີ 9 ກັນຍາ​ນີ້, ຄະນະ​ຜູ້ບໍລິຫານພ້ອມດ້ວຍພະນັກ ງານຂອງບໍລິສັດ ລາວ​ຟອດ ຊີ​ຕີ, ກໍ​ໄດ້​ຮ່ວມຈັດຕັ້ງ​​ເຮັດອານາ​ໄມ​ແຄມ​ທາງ​ອ້ອມ​ຮອບ​ໂຮງໝໍ​ມະ​ໂຫສົດ, ນະຄອນຫລວງ​ວຽງ​ຈັນ, ຢ່າງ​ເປັນ​ຂະ​ບວນຟົດຟື້ນ,​ ເພື່ອ​ແນ່​ໃສ່​ໃຫ້​ເສັ້ນທາງ​​ຈຸດ​ດັ່ງກ່າວ​ມີ​ຄວາມ​ສະອາດ​ສວຍ​ງາມ​ຫລາຍຂຶ້ນ.
      ທ່ານຫົວໜ້າ​ຝ່າຍ​ການ​ຕະຫລາດ​ບໍລິສັດ ​ລາວ​ຟອດ ຊິຕີ ກ່າວ​ວ່າ: ການ​ຈັດຕັ້ງກິດຈະ​ກຳ​ອະນາ​ໄມຄັ້ງນີ້​ແມ່ນນອນ​ໃນ​ແຜນ​ງານ​ປົກ​ປັກຮັກສາ​ສິ່ງ​ແວດ ລ້ອມ​​ໄປຄຽງ​ຄູ່​ກັບ​ການ​ພັດທະ ນາ​ທຸລະ​ກິດ,​ ເຊິ່ງມັນ​ເປັນ​ພັນທະ ຂອງ​ບໍລິສັດຕ້ອງ​ໄດ້ປະ ກອບ ສ່ວນຊ່ວຍ​ເຫລືອ​ສັງຄົມ​ໃນ​ດ້ານ​ຕ່າງໆ ​ເຊັ່ນ: ອະນາ​ໄມ​ສວນສາ ທາລະນະ, ຈັດ​ກິດຈະ​ກຳ​ຊ່ວຍ​ເຫລືອ​ເດັກ​ດ້ອຍ​ໂອ
ກາດ ​ແລະ ອື່ນ​ໆ,​ ເຊິ່ງ​ໃນ​ວັນ​ທີ 9 ກັນຍາ​ຂອງທຸກ​ປີບັນດາຕົວ​ແທນ​ຈຳ ໜ່າຍ​ລົດ​ຟອດຫລາຍ​ກວ່າ 80 ແຫ່ງ​ທົ່ວ​ໂລກ, ໄດ້​ພ້ອມ​ກັນ​ຈັດ​ກິດ​ຈະ​ກຳ​ດ້ານ​ສິ່ງ​ແວດ​ລ້ອມຂຶ້ນ ເພື່ອແນໃສ່​ປູກ​ຈິດ​ສຳນຶກ​ໃຫ້​ສັງ ຄົມ​ມີ​ຄວາມ​ຕື່ນ​ຕົວ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ ​ແລະ ສ້າງສະພາບ​ແວດ​ລ້ອມທີ່​ດີ​ໃນ​ສັງຄົມ, ສຳລັບຢູ່​ລາວ​ແມ່ນຈັດ​ຂຶ້ນ​ເປັນ​ປີ​ທີ 7 ​ແລ້ວ ​ແລະ ​ເຫັນ​ວ່າ​ໄດ້​ຮັບ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີຈາກຫລາຍພາກສ່ວນ, ພະນັກ ງານພາຍ​ຂອງບໍລິສັດ ແລະ ສັງ ຄົມ​ກໍ​ໃຫ້ຄວາມຍ້ອງຍໍຊົມ​ເຊີຍ​ຕໍ່​ການ​ຈັດ​ກິດຈະ​ກຳ​ທີ່​ດີ​ດັ່ງກ່າວ, ພ້ອມນີ້ບໍລິສັດກໍໄດ້​ໃຫ້​ຄຳ​ໝັ້ນ ສັນຍາວ່າ​ຈະ​ສືບ​ຕໍ່​ຈັດ​ກິດຈະ​ກຳ​ດັ່ງກ່າວ​ໄປ​ເລື້ອຍໆ ​ເພື່ອ​ເຮັດ​ໃຫ້​ຕົວ​ເມືອງ​ມີ​ຄວາມ​ເປັນ​ລະບຽບ​ຈົບງາມ​ ​ແລະ ປະກອບ​ສ່ວນ​ເຮັດ​ໃຫ້​ນະ​ໂຍບາຍ 6 ສ ຂອງ​ນະ ຄອນຫລວງ​ວຽງ​ຈັນ ​ປາກົດ​ຜົນ ເປັນຈິງ​ເທື່ອ​ລະ​ກ້າວ.

No comments:

Post a Comment