Ad

Ad

11 September 2014

ອຸຕຸແຈ້ງໃນໄລຍະນີ້ຈະມີຝົນຕົກໃນລະດັບປານກາງຢູ່ທົ່ວທຸກພາກຂອງລາວ



     ກົມອຸຕຸນິຍົມ ແລະ ອຸທົກກະ ສາດໃຫ້ຮູ້ວ່າ: ສະພາບອາກາດ ແຕ່ວັນທີ 10-16 ກັນຍານີ້, ຮ່ອງ ຄວາມກົດດັນອາກາດຕ່ຳ ຈະມີ ກຳລັງປານກາງສືບຕໍ່ພັດຜ່ານຢູ່ທົ່ວທຸກພາກຂອງລາວ, ສົມທົບ ກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມ, ຊຶ່ງລັກ ສະນະ ເຊັ່ນນີ້ຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ໃນລະຫວ່າງ ວັນທີ 13-16 ກັນຍານີ້, ຍັງຈະມີຝົນຕົກຟ້າຄະນອງກະຈາຍຫລາຍຂຶ້ນ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ຂອງແຂວງພາກກາງ ຫາພາກໃຕ້ພ້ອມມີລົມພັດແຮງເປັນບາງໂອກາດ.
     ສຳລັບສະພາບອຸນຫະພູມ ແຕ່ວັນທີ 10-16 ກັນຍານີ້, ໃນ ໜຶ່ງອາທິດຕໍ່ໜ້າອຸນຫະພູມອາ ກາດໂດຍທົ່ວໄປຈະຮ້ອນຢູ່ໃນ ຕົ້ນອາທິດ,ໂ ດຍສະເພາະຢູ່ພາກ ເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ໃນລະດັບ ອຸນຫະພູມ 33-35 ອົງສາ ແລະ ອາກາດຍັງໜາວເຢັນຢູ່ເຂດພູ ພຽງບໍລິເວນປາກຊ່ອງ ແລະ ໃນ ລະຫວ່າງວັນທີ 10-12 ກັນຍານີ້, ຈະມີຝົນຕົກຟ້າຄະ ນອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຈາກນັ້ນໃນລະຫວ່າງ ວັນທີ 13-16 ກັນຍາ ຈະມີຝົນຕົກໃນລະດັບປານ ກາງຢູ່ແຂວງ ພາກກາງ ແລະ ພາກໃຕ້ພ້ອມມີລົມພັດແຮງເປັນບາງໂອກາດ.

     ສຳລັບສະພາບຝົນໃນຕົ້ນ ແລະ ທ້າຍອາທິດທີ່ຜ່ານມາມີ ຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ເຊິ່ງປະລິມານນ້ຳຝົນ ໄລຍະ 24 ຊົ່ວໂມງຂອງວັນທີ 4 ກັນຍານີ້, ທີ່ສະຖານນີໂພນ ໂຮງແທກໄດ້ 72,0 ມິນລິແມັດ.

No comments:

Post a Comment