Ad

Ad

3 March 2016

ທີ​ມຄົ້ນ​ຫາ​ປະຫວັດ​ໄຫ​ຫີນຊຽງ​ຂວາງ​ພົບ​ສີ້​ນສ່ວນ​ກະ​ດູກ​ມະນຸດ​ຄາດມີ​ອາຍຸຫລາຍ​ກວ່າ​ສອງພັນ​ປີ

             ​ເຈົ້າໜ້າທີ່ກົມມໍລະດົກ​, ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ​​ໄດ້ເປີເຜີຍໃຫ້ຮູ້ໃນວັນທີ 2 ມີນານີ້ວ່າ: ທີມສໍາຫລວກແລະ ຄົ້ນຫາຫລັກຖານຄວາມເປັນມາຂອງທົ່ງ​​ໄຫຫີນຢູ່ແຂວງຊຽງຂວາງ, ​ໄດ້ຂຸດຄົ້ນເຫັນຊາກກະດູກຄົນບູຮານຈໍານວນຫລາຍທີ່ກະແຈກກະຈາຍເປັນສີ້ສ່ວນນ້ອຍໆຢູ່​ພື້ນດິນບໍລິເວນເຂດທົ່ງໄຫຫີນ​, ຊຶ່ງສັນນິຖານສີ້ນສ່ວນກະດູກດັ່ງກ່າວອາດມີອາຍຸຫລາຍກວ່າສອງພັນປີ.
           ທ່ານ ດຣ. ທອງລິດ ຫລວງໂຄດ ຫົວໜ້າກອງບູຮານວິທະຍາກົມມໍລະດົກໃຫ້ຮູ້ວ່າ:ພາຍ ຫລັງໄດ້ຮັບອະນຸຍາດຈາກລັດຖະບານໃຫ້ດໍາເນີນການສໍາຫລວດ, ຂຸດຄົ້ນຫາຫລັກຖານຄວາມເປັນມາຂອງທົ່ງ​​ໄຫຫີນ, ຄະນະວິຊາການຂອງລາວແລະ ຄະນະຊ່ຽວຊານດ້ານວັດຖຸບູຮານຈາກປະເທດອົດສະຕາລີ ຈຶ່ງໄດ້​​ເລີ່ມລົງມືສໍາຫລວດແລະ ຂຸດຄົ້ນພື້ນທີ່ເປົ້າໝາຍມາແຕ່ຕົ້ນປີ 2016, ​ເຊິ່ງໄດ້ພົບ​​ເຫັນສີ້ນສ່ວນວັດຖຸເກົ່າແກ່ຫລາຍປະເພດ, ລວມທັງສີ້ນສ່ວນກະດູກຄົນບູຮານດັ່ງກ່າວ.


   ຫົວໜ້າກອງບູຮານວິທະຍາ ກ່າວວ່າ: ໂຄງການສໍາຫລວດແລະ ຊອກຄົ້ນຄວາມເປັນມາອງທົ່ງໄຫຫີນໄດ້ດໍາເນີນມາແຕ່ປີ 1995 ​ໂດຍຊ່ຽວຊານປະເທດຝຣັ່ງໃນໄລຍະນັ້ນກໍໄດ້ຢັ້ງຢືນວ່າ: ທົ່ງໄຫຫີນ​​ແມ່ນເປັນບ່ອນຝັງສົບ, ຕໍ່ມາປີ 1996 ​ໄດ້ສືບຕໍ່ຊອກຂຸດຄົ້ນຕື່ມອີກໂດຍຊ່ຽວຊານຍີ່ປຸ່ນກໍໄດ້ມີການຢືນຢັນ​​ວ່າເປັນສະຖານທີ່ຝັງສົບເຊັ່ນກັນແລະ ຄັ້ງຫລ້າສຸດພວກເຮົາມີການຮ່ວມມືກັບຊ່ຽວ ຊານອົດສະຕາລີ ໂດຍໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານອົດສະຕາລີ​​ເພື່ອ​​ຈັດຕັ້ງປະ ຕິບັດໂຄງການດັ່ງກ່າວ​​ເປັນເວລາ 5 ປີແຕ່2016-2021 ​ແລະ ກໍພົບກະດູກດັ່ງກ່າວແລະປັດຈຸບັນ​​ຊ່ຽວ ຊານອົດສະຕາລີໄດ້ສົ່ງຕົວຢ່າງກະດູກດັ່ງກ່າວໄປປະເທດອົດສະຕາລີ ເພື່ອ​​ພິສູດແລະ ວິ​ໄຈ ​​ວ່າແມ່ນກະດູກມະນຸດໃນຍຸກສະໄໝໃດແລະ ມີຄວາມກ່ຽວຂ້ອງກັບໄຫຫີນແນວໃດ, ​ເຊິ່ງຄາດວ່າຈະຮູ້ຜົນຄໍາຕອບປະມານໜຶ່ງເດືອນຂ້າງໜ້າ.

No comments:

Post a Comment