Ad

Ad

3 March 2016

ໂຮງ​ໄຟຟ້າ​ຫົງ​ສາເປີດເຄື່ອງຈັກຜະລິດໜ່ວຍທີ 3

          ບໍລິສັດໄຟຟ້າ ຫົງສາ ຈຳກັດ, ໄດ້ດຳເນີນການເປີດເຄື່ອງຜະລິດໄຟຟ້າໜ່ວຍທີ 3 ​ໃນວັນທີ 1 ມີນານີ້, ພາຍຫລັງເຄື່ອງຈັກຜະລິດໜ່ວຍທີ 1 ແລະ 2 ໄດ້ດໍາເນີນການຈ່າຍກະແສໄຟຟ້າມາແຕ່ຕົ້ນເດືອນມິຖຸນາ ແລະ ຕົ້ນເດືອນພະຈິກ 2015 ຜ່ານມາ, ຕາມກໍານົດ​ເວລາທີ່ລະບຸໄວ້ໃນສັນຍາສໍາປະ ທານ ແລະ ສັນຍາຊື້-ຂາຍໄຟຟ້າກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ລັດວິສາຫະກິດໄຟຟ້າລາວ, ເຊິ່ງເຄື່ອງຈັກຜະລິດໄຟຟ້າທັງ 3 ໜ່ວຍມີກໍາລັງການຜະລິດລວມ 1.878 ເມກາວັດ ເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດໃນໄລຍະເວລາສໍາປະທານ 25 ປີ.

          ທ່ານ ສົມ​ສັກ ສິດທິ​ນາມ​ສຸວັນ​ ອໍາ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ໄຟຟ້າ​ຫົງ​ສາຈຳກັດ​ໃຫ້ຮູ້ວ່າ:ໂຄງ ການກໍ່ສ້າງໂຮງໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນເລີ່ມລົງມືກໍ່ສ້າງມາແຕ່ປີ 2010 ລວມມູນຄ່າການກໍ່ສ້າງທັງໝົດ 3.710 ລ້ານໂດລາສະຫະລັດ ຫລື ປະມານ​ 30 ພັນຕື້ກີບ, ມີໄລຍະການສຳປະທານ 25 ປີແຕ່ 2016-2041.​ ໂຄງການດັ່ງກ່າວຈະປະກອບສ່ວນສ້າງຄວາມເຂັ້ມແຂງດ້ານເສດຖະກິດແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດລາວ-ໄທ, ​ຊຶ່ງໂຄງການໄດ້ໃຫ້ຄວາມສຳຄັນ​ເປັນ​ຢ່າງຍິ່ງໃນຄວາມຮັບຜິດຊອບຕໍ່ດ້ານສັງຄົມແລະ ສິ່ງແວດລ້ອມ​,ໃນທຸກໆວຽກງານການຈັດຕັ້ງປະຕິບັດຢຶດໝັ້ນຕໍ່ການຄຸ້ມຄອງບໍລິຫານທີ່ດີທີ່ສຸດເພື່ອໃຫ້​ເປັນ​ທີ່ຍອມຮັບໃນລະດັບສາກົນແລະ ມາດຕະຖານສິ່ງແວດລ້ອມຂອງທະນາຄານໂລກ.ບໍລິສັດຍັງມີຄວາມພະຍາຍາມຈະເຮັດໃຫ້ໂຮງໄຟຟ້າ​​ແຫ່ງນີ້ເປັນຕົວແບບໃນການຜະລິດກະແສໄຟຟ້າຈາກຖ່ານຫີນທີ່ເປັນມິດກັບສະພາບແວດລ້ອມອັນແທ້ຈິງແລະ ນຳໄປສູ່ການພັດທະນາແບບຍືນຍົງ.

            ໂຮງໄຟຟ້າຫົງສາມີຄວາມສໍາຄັນຕໍ່ຄວາມໝັ້ນຄົງທາງພະລັງງານຂອງ ສປປ ລາວ ແລະ ປະເທດໄທ ເພາະໃຊ້ຖ່ານຫີນທີ່ຂຸດຄົ້ນໄດ້ຈາກພື້ນທີ່ຂອງໂຄງການເປັນເຊື້ອ​ໄຟ ລາຄາຈຶ່ງບໍ່ປ່ຽນແປງຕາມລາຄາເຊື້ອ​ໄຟໃນຕະຫລາດໂລກ, ເຊິ່ງບໍລິສັດໄດ້ເລືອກໃຊ້ເຕັກໂນໂລຊີທີ່ເໝາະສົມໃນການກໍ່ສ້າງໂຮງໄຟຟ້າ, ຕິດຕັ້ງອຸປະກອນຄວບຄຸມມົນລະຜິດຈາກແຫລ່ງກໍາເນີດຕາມມາດຕະຖານຂອງທະນາ ຄານໂລກ ແລະ ດໍາເນີນການຕິດຕາມວັດແທກຄຸນນະພາບສິ່ງແວດລ້ອມຢ່າງຈິງຈັງພາຍໃຕ້ການຕິດຕາມກວດກາຢ່າງເຂັ້ມງວດຈາກລັດຖະບານລາວ.

No comments:

Post a Comment