Ad

Ad

3 March 2016

ເມືອງ​ຈັນທະ​ບູລີມີ​ນັກຮຽນ​ເກັ່ງ 125 ຄົນ ​ກຽມເຂົ້າ​ຮ່ວມ​​ສອບ​ເສັງນັກຮຽນ​ເກັ່ງທົ່ວນະຄອນຫລວງ​ໃນ​ກາງ​ເດືອນ​ມີ​ນາ​ນີ້

               ການສອບເສັງນັກຮຽນເກັ່ງທົ່ວນະຄອນຫລວງວຽງຈັນ ຈະຈັດຂຶ້ນໃນວັນທີ 16 ມີນານີ້, ​ເຊິ່ງປະກອບມີນັກສອບເສັງຈາກ 9 ​ເມືອງທົ່ວນະຄອນຫລວງວຽງຈັນ, ສຳລັບນັກສອບເສັງຈາກເມືອງຈັນທະບູລີ ຈຳນວນ 125 ຄົນ, ໃນນັ້ນ ຊັ້ນ 5 ມີ 18 ຄົນ, ຍິງ 14 ຄົນ, ຊັ້ນ 4 ມີ 42 ຄົນ, ຍິງ 32 ຄົນແລະ ຊັ້ນ 7 ມີ 65 ຄົນ, ຍິງ 40 ຄົນ ​​​ແມ່ນມີຄວາມພ້ອມ ທີ່ຈະເຂົ້າຮ່ວມການສອບເສັງ​​ດັ່ງກ່າວ.
          ພິທີສະຫລຸບການສອບເສັງນັກຮຽນເກັ່ງທົ່ວເມືອງຈັນທະບູລີ ປະຈຳສົກປີ 2015-2016, ​ໄດ້ຈັດຂຶ້ນ​​​ເຊົ້າວັນທີ 2 ມີນານີ້, ຢູ່ໂຮງຮຽນ ມສ. ຈອມຄຳ, ນະຄອນຫລວງວຽງຈັນ, ​ໂດຍການໃຫ້ກຽດ​​ເຂົ້າຮ່ວມຂອງທ່ານ ຈັນທອນ ລັດຖະຈັກ ຮອງເຈົ້າເມືອງຈັນທະບູລີ, ທ່ານ ສຸດທານີໄຊຍະສານ ຮອງຫົວໜ້າພະແນກສຶກສາທິການແລະ ກິລາ, ມີບັນດາຄູ​-ອາຈານຈາກໂຮງຮຽນຕ່າງ, ນັກຮຽນແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.


ທ່ານນາງ ພິມມະສອນ ຈັນທະວົງ ຫົວໜ້າຫ້ອງການສຶກສາທິການແລະ ກິລາເມືອງຈັນທະບູລີ ກ່າວວ່າ: ​ເພື່ອເປັນການປະຕິບັດຕາມຂໍ້ແຂ່ງຂັນສອນດີ, ສອນເກັ່ງ ທີ່​​ກະຊວງສຶກສາທິການແລະ ກິລາກຳນົດໄວ້, ​ຫ້ອງການສຶກສາເມືອງຈັນທະບູລີ ຈຶ່ງໄດ້ພ້ອມກັນກະຕຸກຊຸກຍູ້ຂະບວນການສຶກສາຮ່ຳຮຽນ​ ​ແລະ ຍົກລະດັບການສຶກສາຂອງ​​ນັກຮຽນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ​ ​ໃຫ້ກ້າວໄປສູ່ລະດັບສາກົນແລະ ພາກພື້ນໂດຍໄວ.​ ສະນັ້ນ ການສອບເສັງນັກຮຽນເກັ່ງຂັ້ນເມືອງຈັນທະບູລີໃນໄລຍະຜ່ານມາ, ​ເຫັນວ່າບັນລຸຕາມເປົ້າໝາຍທີ່​​ໄດ້ວາງໄວ້ ນັກສອບເສັງທຸກຄົນ ສາມາດຍາດໄດ້ຄະແນນດີ, ນອກນີ້ ນັກສອບເສັງ 88 ຄົນ ໄດ້ຮັບການຊົມເຊີຍ​, 25 ຄົນໄດ້ຮັບການຍ້ອງຍໍຈາກຫ້ອງການສຶກສາທິການແລະ ກິລາເມືອງຈັນທະບູລີແລະ 12 ຄົນໄດ້ຮັບການຍ້ອງຍໍຈາກທ່ານເຈົ້າເມືອງຈັນທະບູລີນຳອີກ.

No comments:

Post a Comment