Ad

Ad

3 March 2016

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ VIII ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນລົງໂຄສະນາຫາສຽງຢູ່ເມືອງນາກາຍ

          ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ທີ່ເມືອງນາກາຍ ຄື: ຈຸດບ້ານທົ່ງ-ເມືອງຫລວງ, ບ້ານຜາດ່າງ, ບ້ານຕານ, ເທສະບານເມືອງ, ບ້ານໜອງບົວຄຳ ແລະ ຈຸດບ້ານດອນ, ໂດຍໃຊ້ເວລາສອງວັນແຕ່ວັນທີ 29 ກຸມພາ ຫາ 1 ມີນານີ້.

          ເມືອງນາກາຍປະກອບມີ 31 ບ້ານ, ແບ່ງອອກເປັນ 6 ເຂດ ຄື: ເຂດນາກາຍ ປະກອບມີ 10 ບ້ານ, ເຂດນາວາງ 3 ບ້ານ, ເຂດທ່າໃຜ່ບ້ານ 4 ບ້ານ, ເຂດເຕີງ 6 ບ້ານ, ເຂດເມືອງຫລວງ 4 ບ້ານ ແລະ ເຂດນາຕານ 4 ບ້ານ. ໃນນີ້ມີຜູ້ມີສິດປ່ອນບັດເລືອກຕັ້ງຈຳນວນ 16 ພັນ
ຄົນ, ຍິງ 8.149 ຄົນ ແບ່ງອອກເປັນ 24 ໜ່ວຍປ່ອນບັດເລືອກຕັ້ງ. ການລົງເຄື່ອນໄຫວຂອງຄະນະຜູ້ແທນຢູ່ເມືອງນາກາຍໃນແຕ່ລະຈຸດ, ປະຊາຊົນໄດ້ຮັບຟັງການສະເໜີໂຕ ແລະ ການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ພ້ອມດຽວກັນ ກໍໄດ້ຮັບຟັງການໂອ້ລົມຂອງຜູ້ລົງສະໝັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ, ພາ ລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ, ເຊິ່ງເຮັດໜ້າທີ່ເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ, ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການ ເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະ ໄອຍະການປະຊາຊົນ. ໃນໂອກາດທີ່ໄດ້ພົບປະກັບປະຊາຊົນ ບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ຊາດຊຸດທີ XIII ຍັງໄດ້ຮຽກຮ້ອງມາຍັງປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ພ້ອມກັນມາໃຊ້ສິດຂອງຕົນເອງ, ພ້ອມທັງເລືອກເອົາຜູ້ມີມາດຖານ, ເງື່ອນໄຂຄົບຖ້ວນສົມບູນເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາ ເຜົ່າ, ເຮັດໃຫ້ບັ້ນເລືອກຕັ້ງດໍາເນີນໄປດ້ວຍຜົນສຳເລັດ, ຮັບປະກັນໄດ້ຄວາມສະຫົງບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.

No comments:

Post a Comment