Ad

Ad

3 March 2016

ຕະຫລາດຫລັກຊັບນໍາ​ສະເໜີຮູບ​ແບບການລະດົມທຶນບໍ່ມີດອກເບ້ຍ

          ​ເມື່ອບໍ່ດົນມານີ້, ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ, ຕະຫລາດຫລັກຊັບລາວ ແລະ ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ, ໄດ້ນຳເອົາທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນມາເຜີຍແຜ່ໃຫ້ແກ່ບັນດານັກທຸລະກິດ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດທະນາຄານທັງພາກລັດ ແລະ ເອກະຊົນພາຍໃນແຂວງຊຽງຂວາງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຂົ້າເຖິງຕະຫລາດທຶນທີ່ປາສະຈາກການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍ ເພື່ອນຳເອົາເງິນທຶນດັ່ງກ່າວໄປໝູນວຽນ ຫລື ຂະຫຍາຍທຸລະກິດ.

​          ທ່ານ ວັນຄຳ ວໍລະວົງ ຜູ້ອຳນວຍການໃຫຍ່ຕະຫລາດຫລັກຊັບລາວກ່າວວ່າ: ນັບວ່າເປັນໂອກາດດີສຳລັບນັກທຸລະກິດ ແລະ ນັກລົງທຶນໃນການຮຽນຮູ້ວິທີການ ແລະ ການກຽມຄວາມພ້ອມກ່ອນການນຳເອົາບໍລິສັດເຂົ້າໄປຈົດທະບຽນໃນຕະຫລາດຫລັກຊັບ ລວມທັງການຫລີກລ້ຽງຄວາມສ່ຽງທີ່ອາດເກີດຂຶ້ນຕໍ່ການດຳເນີນທຸລະກິດຂອງຕົນໃນອະນາຄົດ. ເນື່ອງຈາກຖ້າຕ້ອງການລະດົມທຶນໃນຈຳນວນຫລາຍ, ໄລຍະຍາວ ແລະ ບໍ່ມີດອກເບ້ຍ ຕະຫລາດຫລັກຊັບແມ່ນໜຶ່ງທາງເລືອກທີ່ດີ. ນອກຈາກນີ້ລັດຖະບານກໍຍັງໄດ້ຊຸກຍູ້ ແລະ ຊ່ວຍເຫລືອບັນດາບໍລິສັດທີ່ມີທ່າແຮງລວມໄປເຖິງພາກລັດ ແລະ ເອກະຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂັ້ມແຂງ ແລະ ສາມາດນຳເອົາບໍລິສັດຂອງຕົນເຂົ້າຈົດທະບຽນໃນຕະຫລາດຫລັກຊັບ.
           ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງເງື່ອນໄຂໃນການນຳບໍລິສັດເຂົ້າຈົດທະ
ບຽນໃນຕະຫລາດຫລັກຊັບ, ຂໍ້ກຳນົດ ແລະ ຫລັກການຮັບຫລັກຊັບເຂົ້າຈົດທະບຽນ ແລະ ຂັ້ນຕອນໃນການກະກຽມອື່ນໆ ລວມທັງຜົນປະໂຫຍດທີ່ຈະໄດ້ຮັບເຊິ່ງລວມມີ: ຜົນປະໂຫຍດດ້ານພາສີຕ່າງໆ,ການສ້າງຊື່ສຽງ ແລະ ພາບພົດທີ່ດີໃຫ້ແກ່ບໍລິສັດ, ການເພີ່ມຊ່ອງທາງລະດົມທຶນຈາກແຫລ່ງເງິນທຶນໄລຍະຍາວ, ການສ້າງຄວາມຮັບຜິດຊອບ ແລະ ການບໍລິຫານງານແບບມືອາຊີບ ແລະ ການສ້າງຄວາມພັກດີ ແລະ ຜົນຕອບແທນທີ່ດີໃຫ້ແກ່ພະນັກງານ.
          ທ່ານອຳນວຍການໃຫຍ່ຕະຫລາດຫລັກຊັບລາວ ກ່າວວ່າ: ປັດຈຸບັນມີບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບລາວແລ້ວ 5 ບໍລິສັດຄື: ບໍລິສັດຜະລິດໄຟຟ້າລາວມະ

ຫາຊົນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດປີໂຕຣລ້ຽມເທຣດດີ້ງລາວມະຫາຊົນ ແລະ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນແລະ ໃນ 5 ປີຕໍ່ໜ້າຕະຫລາດຫລັກຊັບຈະສູ້ຊົນໃຫ້ໄດ້ຢ່າງໜ້ອຍ 25 ບໍລິສັດເຂົ້າຈົດທະບຽນໃນຕະຫລາດຊັບລາວ.

No comments:

Post a Comment