Ad

Ad

3 March 2016

ອາຊຽນເພີ່ມທະວີເຊື່ອມໂຍງເປີດເສລີບໍລິການດ້ານການເງິນ

ກອງປະຊຸມຄະນະວິຊາການດ້ານການເງິນ ແລະ ທະນາຄານກາງອາຊຽນ, ອາຊຽນ +3 ໄດ້ຈັດຂື້ນເມື່ອບໍ່ດົນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຖົມ ລໍມະນີ ຫົວໜ້າກົມຮ່ວມມືສາກົນ,​ ທ່ານ ບົວລິດ ຂຸນສີ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງການເງິນລາວ ແລະ ທ່ານ ເຮີມີໂນ ຣາມັດສ (Mr Hermino Ramus) ຫົວໜ້າກົມຮ່ວມມືສາກົນ ປະເທດຟີລິບປິນ, ມີວິຊາການດ້ານການເງິນ ແລະ ທະນາຄານຈາກປະເທດອາຊຽນ ແລະ ອາຊຽນ+3 ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ມີ 7 ກອງປະຊຸມປິ່ນອ້ອມ ເພື່ອກະກຽມດ້ານເນື້ອໃນໃຫ້ກອງ ປະຊຸມ ລັດຖະມົນຕີການເງິນອາຊຽນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ, ອາຊຽນ+3 ແລະ ກອງ ປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 20, ກອງປະຊຸມຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 12,​ກອງປະຊຸມຮ່ວມລະຫວ່າງ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 2, ທີ່ ຈະຈັດຂື້ນໃນວັນທີ 1-4 ເມສາ 2016 ທີ່ນະຄອນຫຼວງວຽງຈັນ. ພ້ອມທັງປຶກສາຫາລືວຽກທີ່ພົວພັນ ຂະແໜງການເງິນທີ່ຈະເອົາເຂົ້າໃນແຜນຫຼັງປະຊາຄົມເສດຖະກິດອາຊຽນຮອດປີ 2025
ສຳລັບກອງປະຊຸມຂອງໜ່ວຍງານຄະນະເຮັດວຽກການເປີດ ເສລີການບໍລິການດ້ານການເງິນອາຊຽນ ແລະ ບັນຊີທຶນ ເພື່ອເປັນການກຽມຄວາມພ້ອມການລົງນາມໃນ ອະນຸ ສັນຍາການເປີດເສລີການບໍລິການດ້ານການເງິນ (ປະກັນໄພ, ທະນາຄານ), ຊຶ່ງສັນຍາດັ່ງກ່າວ ແມ່ນມີແຜນຈະລົງນາມໂດຍ ລັດຖະມົນຕີການເງິນອາຊຽນ ໃນຕົ້ນເດືອນ ເມສາ 2016 ທີ່ ສປປ ລາວ, ເນື້ອໃນສັນຍາແມ່ນຊຸກຍູ້ໃຫ້ສອງຂະແໜງການທີ່ກ່າວມານັ້ນເຄື່ອນໄຫວຢ່າງເສລີຕາມກອບຂອງແຜນການເຊື່ອມໂຍງຫລັງປີ 2015-2020, ໃນນັ້ນ ວຽກງານປະກັນໄພ ແມ່ນຈະກວມເຖິງການບໍລິການປະ ກັນໄພຂົນສົ່ງທາງເຮືອ, ທາງອາກາດ ແລະ ການປະກັນໄພສິນຄ້າຜ່ານເຂດແດນໃນປະເທດອາ ຊຽນເປັນບູລິມາສິດ. ນອກຈາກນັ້ນ, ຍັງເວົ້າເຖິງແຜນການຮ່ວມມືການປະກັນໄພຕໍ່ໄພພິບັດທາງທຳມະຊາດ ແລະ ການປະກັນໄພ, ສ່ວນວຽກຂອງທະນາຄານ ແລະ ຫຼັກຊັບແມ່ນລົງເລິກວຽກງານການບໍລິການຜ່ານ ທະນາຄານໃຫ້ວ່ອງໄວ ຮັບປະກັນທາງປະລິມານ ແລະ ຄຸນນະພາບ ແລະ ເປັນປັດໃຈສຳຄັນປິ່່ນອ້ອມ ເຮັດໃຫ້ການໄຫຼວຽນຂອງທຶນ, ການລົງທຶນ ແລະ ການບໍລິການມີຄວາມວ່ອງໄວ. ສ່ວນວຽກທີ່ພົວພັນກັບ ການຮ່ວມມືດ້ານການເງິນອາຊຽນ+3 ແມ່ນທົບທວນຄືນໜ່ວຍງານຂອງ ຫ້ອງການຕິດຕາມເສດຖະກິດ ມະຫາພາກອາຊຽນ+3 ພາຍຫຼັງທີ່ໄດ້ຮັບຮອງເປັນອົງການຈັດຕັ້ງສາກົນ, ທວນຄືນວຽກທີ່ພົວພັນກັບການ ອອກພັນທະບັດສະກຸນເງິນພາຍໃຕ້ຂໍ້ລິເລີ່ມການຮ່ວມມືໃນພັນທະບັດອາຊີ.

ສຳລັບ ຂະແໜງປະກັນໄພ ສປປ ລາວ ເຫັນວ່າ ທຸລະກິດປະກັນໄພໄດ້ເຕີບໃຫຍ່ເຂັ້ມແຂງຈາກ ມີພຽງ ບໍລິສັດດຽວນັບແຕ່ປີ 1991-1997, ພາຍຫຼັງໄດ້ເຂົ້າເປັນສະມາຊິກອາຊຽນ ມາຮອດປັດຈຸບັນ ມີບໍ ລິສັດປະກັນໄພໄດ້ຮັບອະນຸມັດສ້າງຕັ້ງຂື້ນຕື່ມອີກ 7 ບໍລິສັດ, ຖ້າສົມທຽບໃສ່ບັນດາປະເທດ ໃນອາຊຽນເຫັນວ່າຕົວເລກການເຂົ້າເຖິງການປະກັນໄພໃນລາວ ຕໍ່ປະຊາຊົນທັງໝົດເລີ່ມຈາກ 5% ໃນປີ 2000 ມາເປັນ 13% ໃນປີ 2015. ໃນນັ້ນ,​ ປະກັນໄພຊີວິດກວມອັດຕາສູງ ກ່ວາໝູ່ ແລະ ທ່າອ່ຽງການຂະຫຍາຍຕົວຂອງວຽກງານປະກັນໄພຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ ຄາດວ່າຈະເພີ່ມເປັນ 20 ບໍລິສັດ ໃນປີ 2020 ແລະ ຕົວເລກການສະສົມຄ່າທຳນຽມຈະເພີ່ມເປັນສອງເທົ່າຕົວ. ນອກຈາກນັ້ນ, ເງິນສະສົມຈາກຄ່າທຳນຽມປະກັນໄພ ຈະໄດ້ມີການລົງທຶນໃນຮູບ ແບບຕ່າງໆເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ.

No comments:

Post a Comment