ກະຊວງພະລັງງານ ແລະ
ບໍ່ແຮ່ ຮ່ວມກັບອົງການສາກົນດ້ານເຂື່ອນໄຟຟ້ານ້ຳຕົກ (the lnternationalJournal on
Hydropower Dams),ໄດ້ຈັດກອງປະຊຸມສາກົນຄັ້ງທີ VI ກ່ຽວກັບຊັບພະຍາກອນນ້ຳ ແລະ ການພັດທະນາໄຟຟ້າພະລັງງານນໍ້າໃນອາຊີຂຶ້ນຢ່າງເປັນທາງການໃນວັນທີ 1 ມີນານີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ໂດຍເປັນປະທານຂອງທ່ານ
ດຣ. ຄໍາມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່,ມີຄະນະຜູ້ແທນ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ, ນັກທຸລະກິດທັງພາຍໃນ ແລະ
ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 700 ທ່ານຈາກ 45 ປະເທດ.
ກອງປະຊຸມດັ່ງກ່າວ, ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ແລະ
ຈະດຳເນີນໄປເປັນເວລາ 3 ວັນ, ຊຶ່ງຈະມີການວາງສະແດງຮູບພາບ, ຜະລິດຕະພັນຕ່າງໆເພື່ອຮັບໃຊ້ໃຫ້ແກ່ການພັດທະນາ, ການກໍ່ສ້າງ ແລະ
ດຳເນີນງານເຂື່ອນໄຟຟ້ານ້ຳຕົກຈາກຫລາຍກວ່າ 90 ພາກ ສ່ວນ.
ເພື່ອເຜີຍແຜ່ຜົນການຄົ້ນຄວ້າ-ວິໄຈ,
ການພັດທະນາ, ການເຄື່ອນໄຫວທຸລະກິດກ່ຽວກັບໄຟຟ້ານ້ຳຕົກເນັ້ນໃສ່ໃນເຂດອາຊີ. ພ້ອມນີ້, ກໍຈະມີກອງປະຊຸມປິ່ນອ້ອມຫລາຍກ່ວາ 20 ກອງປະຊຸມ ແລະ
ມີການນຳສະເໜີຫົວຂໍ້ຈາກຊ່ຽວຊານພາຍໃນ ແລະ ຕ່າງປະເທດ ກວ່າ
100 ບົດກ່ຽວກັບຜົນການຄົ້ນຄ້ວາ,ການພັດທະນາ,
ການເຄື່ອນໄຫວທຸລະກິດ ແລະ ຄຸ້ມຄອງບໍລິຫານຂອງພາກລັດ ແລະ
ເອກະຊົນ ໃນຂະແໜງພະລັງງານໄຟຟ້າ.
ນອກນັ້ນ, ຄະນະຜູ້ແທນຈະຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ ທີ່ແຂວງໄຊຍະບູລີ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ທີ່ ແຂວງບໍລິຄຳໄຊ ແລະ ໂຄງການເຂື່ອນໄຟຟ້ານ້ຳງື່ມ. ຄະນະຜູ້ແທນຈະໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນ
ແລະ ບົດຮຽນຮ່ວມກັນກ່ຽວກັບການພັດທະນາດ້ານວິທະຍາສາດ, ການຄົ້ນຄວ້າ, ການພັດທະນາພະລັງງານໄຟຟ້າ,
ຊັບພະຍາກອນນໍ້າ, ວຽກງານປິ່ນອ້ອມອື່ນໆ ເພື່ອຖອດຖອນບົດຮຽນທີ່ເປັນປະໂຫຍດ
ເຊິ່ງຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.
ທ່ານ ດຣ. ຄໍາມະນີ
ອິນທິລາດ ກ່າວວ່າ: ປະເທດລາວແມ່ນປະເທດດ້ອຍພັດທະນາ, ແຕ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດໂດຍແຫລ່ງນໍ້າ
ມີຄວາມບົ່ມຊ້ອນຢ່າງຫລວງ ຫລາຍເພື່ອນໍາເອົາມາໃຊ້ໃຫ້ເກີດປະໂຫຍດສູງ ແລະ ຍືນຍົງ.
ສະນັ້ນ, ລັດຖະບານລາວ ເຫັນວ່າຂະແໜງພະລັງງານເປັນບູລິມະສິດໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ,
ແນ່ໃສ່ສ້າງແຫລ່ງລາຍຮັບເພີ່ມຂຶ້ນໃຫ້ແກ່ງົບປະມານແຫ່ງຊາດ
ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ
ແລະ ມີພື້ນຖານເຕັກນິກເພື່ອຫັນເປັນອຸດສາຫະກໍາທັນສະໄໝໃນຕໍ່ໜ້າ ແລະ
ຍາວນານ, ໂດຍສະເພາະພະລັງງານໄຟຟ້ານໍ້າຕົກທີ່ມີທ່າແຮງໃນການກໍ່ສ້າງເຂື່ອນໄຟຟ້າທີ່ມີກຳລັງຕິດຕັ້ງໄດ້ຫລາຍກວ່າ
26 ພັນເມກາວັດ. ນອກນັ້ນ ຍັງມີໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາລິກໄນ
1 ແຫ່ງ ແລະ ພະລັງນ້ຳ 38 ແຫ່ງມີກຳລັງຕິດຕັ້ງ 6.264 ເມກາວັດ, ມີກຳລັງການຜະລິດ 33.300
ລ້ານກິໂລວັດໂມງຕໍ່ປີ, ສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ເກືອບ
90% ຂອງຄອບຄົວໃນທົ່ວປະເທດ.ດ້ວຍຄວາມພະຍາຍາມດັ່ງກ່າວ,
ພວກເຮົາໄດ້ປະສົບຜົນສຳເລັດໃນການພັດທະນາຂະແໜງໄຟຟ້ານ້ຳຕົກແບບຍືນຍົງໃນປີ 2015 ແລະ ຈະສືບຕໍ່ຜັນຂະຫຍາຍວິໃສທັດຮອດປີ 2020,ແຜນຍຸດທະສາດຮອດປີ
2025 ແລະ ແຜນພັດທະນາຮອດປີ
2030 ຂອງຂະແໜງພະລັງງານໄຟຟ້າພະລັງງານນໍ້າ ແບບຍືນຍົງ ແລະ
ເປັນມິດຕໍ່ສິ່ງແວດລ້ອມ.

No comments:
Post a Comment