Ad

Ad

6 December 2016

ສະພາແຫ່ງຊາດສະເໜີລັດເພີ່ມທະວີການຄຸ້ມຄອງລັດໃຫ້ເຂັ້ມແຂງກວ່າເກົ່າ

           ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ທີ່ສໍາເລັດລົງເມື່ອກາງເດືອນພະຈິກຜ່ານມານີ້, ໂດຍໄດ້ຮັບຮອງເອົາບັນດານະໂຍບາຍ, ກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດການດັດແກ້ຕົວເລກມະຫາພາກຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຕາມການສະເໜີຂອງລັດຖະບານ, ພ້ອມດຽວກັນນັ້ນ ສະພາແຫ່ງຊາດກໍສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ, ກົນໄກ ແລະ ມາດຕະການເພີ່ມຕື່ມຈໍານວນໜຶ່ງຄື: ສືບຕໍ່ຈັດຕັ້ງປະຕິບັດ 10 ມາດຕະການທີ່ລະບຸໄວ້ໃນກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດຊຸດທີ VIII ໃຫ້ເປັນຮູບປະທໍາ ແລະ ແຂງແຮງກວ່າເກົ່າ, ພິຈາລະນາຢ່າງລະອຽດໃນການກໍານົດ
ໂຄງປະກອບເສດຖະກິດແຫ່ງຊາດໃຫ້ໄປຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ໂດຍຫັນຮູບແບບການພັດທະນາເສດຖະກິດຈາກທາງກວ້າງໄປສູ່ທາງເລິກ, ຍົກສູງປະສິດທິຜົນການຜະລິດ, ການລົງທຶນ, ນໍາໃຊ້ຊັບພະຍາກອນຢ່າງເໝາະສົມ, ສົ່ງເສີມການປະດິດສ້າງໃໝ່ ແລະ ນໍາໃຊ້ວິທະຍາການໃໝ່ທີ່ເປັນມິດກັບສິ່ງແວດລ້ອມ ແລະ ສັງຄົມ, ເອົາໃຈ ໃສ່ໂຄສະນາເຜີຍແຜ່ເນື້ອໃນກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງອື່ນໆຢ່າງກວ້າງ ຂວາງ, ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມພາກລັດ ແລະ ເອກະຊົນໃຫ້ແຂງແຮງຕາມກົນໄກບໍລິການຜ່ານປະຕູດຽວຫລາຍຂຶ້ນ, ຮັບປະກັນໃຫ້ໂຄງປະກອບເສດຖະກິດກະສິກໍາ-ປ່າໄມ້ຕິດພັນກັບອຸດສະຫະກໍາປຸງແຕ່ງ ແລະ ການບໍລິການ ໂດຍຖືເອົາຂະແໜງກະສິກໍາເປັນພື້ນຖານໃນການຮັບ ປະກັນສະບຽງອາຫານ, ຜະລິດເຂົ້າໃຫ້ໄດ້ສະເລ່ຍ 4,35 ລ້ານໂຕນຕໍ່ປີ, ດ້ວຍການນໍາໃຊ້ວິທະຍາ ສາດເຕັກໂນໂລຊີທີ່ກ້າວໜ້າເພື່ອຍົກສູງປະສິດທິພາບຂອງການຜະລິດກະສິກໍາສະອາດ ແລະ ເປັນມິດກັບສິ່ງແວດລ້ອມ, ເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານແຕ່ລະຂະແໜງການໃຫ້ມີຄວາມເຂັ້ມງວດ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ເອົໃຈໃສ່ຈັດສັນງົບປະມານໃຫ້ແກ່ການພັດທະນາພື້ນຖານໂຄງລ່າງຊົນນະບົດ, ແກ້ໄຂຄວາມທຸກຍາກຢູ່ບັນດາເມືອງທີ່ຍັງທຸກຍາກຕິດພັນກັບວຽກງານ 3 ສ້າງ ເພື່ອຮັບປະກັນບັນລຸບາງເປົ້າໝາຍສະຫັດສະວັດເພື່ອການພັດທະນາທີ່ຍັງບໍ່ທັນສໍາເລັດໄປຄຽງຄູ່ກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດການພັດທະນາແບບຍືນຍົງ, ຮັບປະກັນເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕໍ່ເນື່ອງ, ພັດທະນາຊັບພະ ຍາກອນມະນຸດໃຫ້ມີຄວາມສາມາດ, ມີຄຸນນະພາບ ແລະ ພັດທະນາຊັບພະຍາກອນທໍາມະຊາດຕາມທິດສີຂຽວ ແລະ ຍືນຍົງ. ສ່ວນການຈັດຕັ້ງປະຕິບັດແຜນງົບປະມານແມ່ນໃຫ້ສືບຕໍ່ປະຕິບັດ 6 ມາດຕະການທີ່ລະບຸໄວ້ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ເຊັ່ນກັນ, ພ້ອມທັງສູ້ຊົນປະຕິບັດແຜນການສ້າງກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ ເປັນຕົ້ນ: ກົດໝາຍວ່າດ້ວຍອາ ກອນຊັບສີນ, ກົດໝາຍວ່າດ້ວຍອາກອນທີ່ດິນ, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ ແລະ ອື່ນໆ ເພື່ອສ້າງຖານລາຍຮັບທີ່ໝັ້ນຄົງ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນປະກອບສ່ວນເຂົ້າໃນການປົກປັກຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ຊີ້ນໍາຂະແໜງການເງິນ ແລະ ຂະແໜງທີ່ມີລາຍຮັບວິຊາການ, ປັບປຸງການສ້າງແຜນລາຍຮັບ ໂດຍເລີ່ມຈາກຖານຂໍ້ມູນຕົວຈິງຢູ່ຮາກຖານໃຫ້ຄົບຖ້ວນ, ຊັດເຈນ ແລະ ຖືກຕ້ອງຕາມຫລັກວິທະຍາສາດ, ເຂັ້ມງວດການຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນແຕ່ລະປີບົນພື້ນຖານຖານລາຍຮັບທີ່ມີ, ຄຸ້ມຄອງດານຈັດແບ່ງລາຍຈ່າຍໃຫ້ມີປະສິດທິຜົນ, ມີຄວາມຍຸຕິທໍາ, ຖືກຕ້ອງ, ສອດຄ່ອງຕາມແຜນບູລິມະສິດລົງມຶນຢ່າງມີຈຸດສຸມ, ສືບຕໍ່ປະຕິບັດມາດຕະການເຂັ້ມງວດບັນດາຫົວໜ່ວຍງົບປະມານທີ່ຍັງສືບຕໍ່ກໍ່ສ້າງໂຄງການລົງທຶນນອກແຜນທີ່ສະພາແຫ່ງຊາດຮັບຮອງເອົາ ເພື່ອຮັກສາລະດັບໜີ້ສີນຂອງລັດບໍ່ໃຫ້ເກີນ 60% ຂອງ GDP, ເພີ່ມທະວີຄວາມວຽກງານກວດກາພາຍໃນຂະແໜງການເງິນ ແລະ ຂະແໜງການທີ່ມີລາຍຮັບວິຊາການ ກໍຄືການປະຕິບັດໜ້າທີ່ຂອງພະນັກ ງານການເງິນຈໍານວນໜຶ່ງທີ່ລະເມີດວິໄນການເງິນ, ຂາດຄວາມໂປ່ງໃສ, ປັບປຸງກົນໄກ ແລະ ເຄື່ອງ ມືຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ທັນສະໄໝຂຶ້ນເທື່ອລະກ້າວ. 

No comments:

Post a Comment