Ad

Ad

6 December 2016

ກະສິກຳຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງໄດ້ພຽງພໍ

          ທ່ານຫົວໜ້າພະແນກຄຸ້ມຄອງນຳໃຊ້ນ້ຳຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດເຮົາມີໂຄງການຊົນລະປະທານທັງໝົດຫຼາຍກວ່າ 11.600 ແຫ່ງ ແລະ ອາດສາມາດຮັບປະກັນການສະໜອງນ້ຳໃຫ້ແກ່ເນື່ອທີ່ການຜະລິດລະດູແລ້ງນີ້ໄດ້ພຽງພໍ, ເນື່ອງຈາກໄດ້ສະສົມນ້ຳແຮ່ໄວ້ໃນອ່າເກັບນ້ຳຕ່າງໄດ້ພຽງພໍ, ແຕ່ຈະຕ້ອງໄດ້ອອກແຮງບູລະນະປົວແປງຊົນະລະປະ ທານບາງແຫ່ງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນລະດູຝົນທີ່ຜ່ານມາໃຫ້ດີຂຶ້ນ ແລະ ປັດຈຸບັນພາກສ່ວນ
ກ່ຽວຂ້ອງກໍໄດ້ກະກຽມແຜນການເພື່ອແກ້ໄຂບັນຫາດັ່ງກ່າວແລ້ວດ້ວຍການຫນມານຳໃຊ້ຈັກສູບນ້ຳຈາກຈຸດອື່ນມາທົດແທນ ແລະ ກົມຊົນລະປະທານກໍໄດ້ມອບຈັກສູບນ້ຳໃຫ້ບັນດາແຂວງຕ່າງໆໃນທົ່ວປະເທດເພື່ອແຮ່ໄວ້ໃນກໍລະນີສຸກເສີນ, ພ້ອມດຽວກັນນັ້ນພາກສ່ວນກ່ຽວຂ້ອງກໍຍັງມີຈັກສູນນ້ຳຂະໜາດໃຫຍ່ ແລະ ລົດນ້ຳເຄື່ອນທີ່, ເພື່ອກຽມພ້ອມໃຫ້ການຊ່ວຍເຫຼືອໃນກໍລະນີຈຳເປັນອື່ນໆ.

No comments:

Post a Comment