Ad

Ad

19 May 2014

ສຳມະນາວິທະຍາສາດກອງ ພັນທີ 2 ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນຄົບຮອບ 55 ປີ



         ໃນວັນທີ 16 ພຶດສະພານີ້, ກະຊວງປ້ອງກັນປະເທດຮ່ວມ ກັບອຳນາດການ ປົກຄອງແຂວງຊຽງຂວາງ ໄດ້ຈັດສຳມະ ນາວິທະຍາສາດກອງພັນທີ 2 ຜ່າວົງ ປິດ ລ້ອມຂອງສັດຕູຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 55 ປີ ພຶດຕິກຳ ແລະ ບົດ ຮຽນປະຫວັດສາດ, ໂດຍການເຂົ້າຮ່ວມ ຂອງ ພົນຕີ ຈັນສະໝອນ ຈັນຍາລາດ ກຳ ມະການສູນກາງພັກ, ລັດຖະມົນຕີຊ່ວຍ ວ່າການກະຊວງປ້ອງກັນປະເທດ, ມີນາຍ ແລະ ພົນທະຫານ, ອະດີດທະ ຫານ ແລະ ພະນັກງານກອງພັນ ທີ 2, ມີອຳນາດ ການປົກຄອງ ແຂວງ, ຕົວແທນຊາວໜຸ່ມຈາກກະຊວງຕ່າງໆເຂົ້າຮ່ວມ 500 ກວ່າຄົນ.
  ການສຳມະນາຄັ້ງນີ້ ມີຄວາມ ໝາຍສຳຄັນທາງປະຫວັດສາດ ຂອງຊາດເຮົາເພາະກ່ອນໜ້ານີ້ 55 ປີ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວກອງພັນທີ 2 ວິລະຊົນ ແລະ ປະ ຊາຊົນບັນດາເຜົ່າ ແຂວງຊຽງ ຂວາງ ໄດ້ຄຽງບ່າຄຽງໄຫລ່ຕໍ່ ສູ້ຕ້ານກັບກົນອຸບາຍເລ່ຫລ່ຽມ ຂອງຈັກກະພັດອາເມລິການ ແລະ ລູກມືຢ່າງພິລະອາດຫານ ບໍ່ຍອມຈຳນົນດ້ວຍໄຫວພິບ,
ຄ່ອງແຄ້ວຂອງຄະນະພັກ, ຄະ ນະບັນຊາກອງພັນທີ 2 ແຕ່ລະ ກົມກອງພ້ອມກັບຄອບຄົວພະນັກງານນັກຮົບທັງໝົດໄດ້ຖຶນ ທັບຢ່າງປິດລັບອອກຈາກວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນແຂວງຊຽງຂວາງໄປສູ່ເຂດແນວຫລັງຂອງການປະຕິວັດໄດ້ຢ່າງປອດໄພ ໃນວັນທີ 18.5.1959.
        ໂອກາດນີ້, ທ່ານ ພົນຕີ ວິໃສ ຈັນທະມາດ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ ກົມວິທະຍາສາດການທະ ຫານ ໄດ້ກ່າວວ່າ: ກອງພັນທີ 2 ຜ່າວົງ ປິດລ້ອມທີ່ທົ່ງໄຫຫີນແຂວງຊຽງຂວາງຄັ້ງນີ້ເປັນບົດຮຽນໜຶ່ງທີ່ສຳຄັນຕໍ່ກັບກອງທັບ ປະຊາຊົນລາວ ເວົ້າລວມສະເພາະຕໍ່ກັບກຳລັງປະກອບອາວຸດຂອງ ແຂວງຊຽງຂວາງ ເພາະມັນໄດ້ທັບມ້າງກົນອຸບາຍຂອງພວກ ຈັກກະພັດອາເມລິການ ແລະ ລູກມືທີ່ຫວັງດັບມອດກຳລັງປະກອບອາວຸດຂອງພວກເຮົາໃຫ້ປະລາ ໄຊຢ່າງຊິ້ນເຊິງແມ່ນເຫດ ການ ໜຶ່ງທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນປະຫວັດສາດການຕໍ່ສູ້ຂອງກຳລັງປະກອບອາວຸດ ແລະ ປະຊາຊົນເຮົາ, ເຊິ່ງກາຍເປັນ ບາດລ້ຽວໃໝ່ທີ່ເປັນສັນຍາລັກແຫ່ງການຂະຫຍາຍຕົວຂອງການປະຕິວັດລາວກໍຄືການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບ ອາວຸດປະຕິວັດລາວໃຕ້ການນຳພາຂອງພັກ, ປຸກລະດົມປະຊາຊົນຕໍ່ສູ້ກັບຈັກກະພັດອາເມລິການຈົນໄດ້ຮັບໄຊຊະນະ ພ້ອມກັນນັ້ນແຂວງຊຽງຂວາງໄດ້ກາຍເປັນເຂດປົດປ່ອຍອັນແໜ້ນແກ່ນຂອງການປະຕິວັດເພື່ອນຳພາປະຊາຊົນລາວບັນດາເຜົ່າດຳເນີນ ການຕໍ່ສູ້ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

No comments:

Post a Comment