Ad

Ad

19 May 2014

ທ່ານລັດຖະມົນຕີວ່າການກະຊວງ ຮສສ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງ



      ໃນຕອນເຊົ້າຂອງວັນທີ 16 ພືດສະພາ 2014 ຢູ່ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະ ຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ໄດ້ໃຫ້ກຽດຕ້ອຮັບການ ເຂົ້າຢ້ຽມຂຳນັບ ຂອງທ່ານ Yves Camona ເອກອັກຄະລັດສະທູດ ວິສາມັນຜູ້ມີອຳນາດເຕັມປະ ເທດຝຣັ່ງ ປະຈຳ ສປປ ລາວ ແລະ ທ່ານ ກີ ອາໂປວີ ປະທານ ສະພາການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳລາວ.   
        ໃນໂອກາດນີ້ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນ ຕີວ່າການກະຊວງ ຮສສ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ຍ້ອງຍໍຊົມເຊີຍ ແລະ ພ້ອມທັງຕີລາຄາສູງຕໍ່ທ່ານ Yves Camona ທີ່ໄດ້ມາດຳລົງຕໍ່າແໜງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມປະຈຳ ສປປ ລາວ ຊຶ່ງ ເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ປະ
ເທດຝຣັ່ງ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມນີ້ທ່ານລັດຖະມົນຕີວ່າການຍັງໄດ້ສະແດງຄວາມຂອບໃຈທີ່ທ່ານທູດກໍ່ຄືປະ ເທດຝຣັ່ງໄດ້ໃຫ້ການຊ່ວຍເຫຼືອໃນຫລາຍໆດ້ານແກ່ ສປປ ລາວ ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະກໍ່ຄືການຊ່ວຍເຫຼືອ ໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ໃນການເຂົ້າຢ້ຽມພົບປະໃນຄັ້ງນີ້ທ່ານທູດ ແລະ ທ່ານລັດຖະມົນຕີວ່າການ
ຍັງໄດ້ເວົ້າເຖິງໂຄງການທີ່ນັກທຸລະກິດຝຣັ່ງມາລົງທຶນຢູ່ ສປປ ລາວ ໄດ້ປະກອບສ່ວນສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ໃຫ້ແກ່ປະຊາຊົນລາວໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ເວົ້າເຖິງການຄຸ້ມຄອງແຮງງານທາງດ້ານ ນິຕິ ກຳກໍຄືກົດໝາຍວ່າດ້ວຍແຮງງານສະບັບປັບປຸງໃຫມ່ ແລະ ກົດໝາຍປະກັນສັງຄົມທີ່ມີຄວາມເໝາະສົມຮັດກຸ່ມກ່ວາເກົ່າເພື່ອ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ແລະ ຍັງສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ໃຫ້ສັດຕະຍາບັນເອົາໄວ້.
    ໃນນີ້ທ່ານ ທູດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີວ່າການທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ພ້ອມທັງ ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ພ້ອມແລ້ວ ທີ່ຈະໃຫ້ຄວາມຮ່ວມມືແກ່ ສປປ ລາວ ໃນທຸກໆດ້ານ.

No comments:

Post a Comment