Ad

Ad

19 May 2014

ປກສ ​ແຂວງ​ຜົ້ງສາລີ ຢຶດສານ​ເສບ​ຕິດ​ຈຳນວນ​ຫລາຍ



     ​ເມື່ອ​ບໍ່​ດົນ​ມານີ້, ​ເຈົ້າໜ້າ​ທີ່ ປກສ​ແຂວງ​ຜົ້ງສາລີ ສາມາດ​ຢຶດ ສານ​ເສບ​ຕິດ​ປະ​ເພດ​ມ໋ອກຟິນ ນ້ຳໜັກ 81 ກິ​ໂລກຣາມ ຊຸກ​​ເຊື່ອງ​ໄວ້​ໃນ​ລົດ​ກະບະ​ໂຕ​ໂຍຕາ​ວີ​ໂກ້​ສີ​ປອນ​ທອງ​ ໝາຍ​ເລກ​ທະ ບຽນ ກນ 1912 ກຳ​ແພງ​ນະ ຄອນ ​ແລະ ລົດ​ຈິບ​ສີຂາວ ໝາຍ​ເລ​ກທະບຽນ ກກ 3736 ກຳ​ແພງ​ນະຄອນ ​ແລະ ​ໄດ້​ກັກ​ຕົວ​ຜູ້​ຂັບ​ຂີ່​ລົດ ຄື​ທ້າວ ອາ​ພິງ ອາຍຸ 40 ປີ ຢູ່​ບ້ານ​ແຈ້ງ ​ແລະ ທ້າວ ອາ​ຕົ້ງ ອາຍຸ 29 ປີ ຢູ່​ບ້ານ​ຮົມ​ໄຊ ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ ​ເພື່ອ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.
        ຂ່າວ​​ໃຫ້​ຮູ້​ອີກ​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ສານ​ປະຊາຊົນ​ນະ ຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ວຽງ​ໄຊ ອາຍຸ 26 ປີ, ທ້າວ ກິ​ຫລ້າ ອາຍຸ 23 ປີ ຢູ່​ບ້ານ​ສີ​ເກີດ​ເມືອງ​ນາ​ຊາຍ​ທອງ ແລະ ທ້າວ ທະ​ລົມ​ສັກ ອາຍຸ 26 ປີ ຢູ່​ບ້ານ​ທົ່ງ​ປົ່ງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ໃຫ້​ຈຳ​ຄຸກ​ຜູ້​ລະ 6 ປີ, ພາຍຫລັງ​ພວກ​ກ່ຽວ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້ ​ເມື່ອ​ເດືອນ​ຕຸລາ 2013 ຜ່ານ​ມາ ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ພ້ອມ​ຂອງ​ກາງຢາບ້າ​ຈຳນວນ 190 ກວ່າ​ເມັດ ​ແລະ ປືນສັ້ນ 1 ກະບອກ.

No comments:

Post a Comment