Ad

Ad

19 May 2014

ປກສ ​ໄຊ​ທານີ ມອບ​ຊັບ​ຄືນ​ເຈົ້າຂອງ​ເດີມ



     ​ໃນ​ວັນ​ທີ 15 ພຶດສະພາຜ່ານ​ມານີ້, ກອງ​ບັນຊາ​ການ ປກສ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໄດ້​ມອບ​ລົດຈັກ​ຈຳ ນວນ 4 ຄັນ ຄືນ​ໃຫ້​ເຈົ້າຂອງ​ເດີມ ​ເຊິ່ງມອບ​ໂດຍ​ທ່ານ ພັນ​ຕີ ບຸນ​ມີ ​ແກ້ວ​ພົມມາ ຫົວໜ້າ​ກອງ​ສືບ ສວນ-ສອບ​ສວນ ປກສ ​ເມືອງ​ໄຊ​ທານີ.
     ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ລົດດັ່ງ ກ່າວແມ່ນ​ຖືກ​ຄົນ​ຮ້າຍ​ລັກ​ໄປ​ໃນ ຕົ້ນ​ເດືອນ​ເມສາ 2014 ​ແລະ ຈາກ​ນັ້ນກໍ​ໄດ້​ຮັບ​ແຈ້ງ​ວ່າ​ມີ​ໄວ​ລຸ້ນ ຈຳນວນ​ໜຶ່ງ​ມາ​ຈ່າວ​ຂາຍ​ລົດຈັກ​ໃນ​ລາຄາ​ຖືກ​ໃນ​ເຂດ​ເມືອງ​ໄຊ​ທານີ ຈຶ່ງ​ໄດ້​ວາງ​ກຳລັງ​ຕິດຕາມ​ ​ແລະ ​ສາມາດ​ກັກ​ຕົວ​ທ້າວ ພອນ​ໄຊ ອາຍຸ 28 ປີ ປະຊາຊົນ​ບ້ານ​ຫົວ​ຂົວ ​ເມືອງ​ນາ​ຊາຍ​ທອງ, ​​ມາ​ພັກ​ເຊົ່າ​ຢູ່​
ບ້ານ​ໂນນບໍ່​ແກ້ວ ​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ​ເຊິ່ງຜູ້ກ່ຽວ​ແມ່ນ​ໜຶ່ງ​ໃນ​ກຸ່ມ​ຄົນ​ຮ້າຍ​ທີ່​ເຄື່ອນ​ໄຫວ​ລັກ​ລົດຈັກ​ໃນ​​ຕົວ​ເມືອງຕ່າງໆ​ໃນ​ນະຄອນຫລວງ​ວຽງ​ຈັນ ​ມາ​ແຕ່​ປີ 2013 ເຊິ່ງພວກ​ເຂົາສາມາດ​ລັກ​ລົດ​ໄດ້​ທັງ​ໝົດ 24 ຄັນ ກ່ອນ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ.
      ປັດຈຸບັນ ​ເຈົ້າໜ້າ​ທີ່​ສາມາດ​ເກັບ​ກູ້​ລົດຈັກ​ຄືນ​ມາ​ໄດ້​ແລ້ວ 8 ຄັນ ​ໄດ້​ມອບ​ຄືນ​ໃຫ້​ເຈົ້າຂອງ​ເດີມ​ແລ້ວ 4 ຄັນ ​ແລະ ສ່ວນ​ອີກ 4 ຄັນ​ແມ່ນ​ລໍຖ້າ​ໃຫ້​ເຈົ້າຂອງ​​ນຳ​ເອກະສານ​ມາ​ຢັ້ງຢືນ​ພົວພັນ​ເອົາ ຖືກຕ້ອງ​ຕາມ​ລະບຽບ​ການ.

No comments:

Post a Comment