Ad

Ad

19 May 2014

ສື່​ມວນ​ຊົນ​ໄທ​ຢ້ຽມຢາມ​ລາວແລກປ່ຽນ​ບົດຮຽນ​ດ້ານ​ສື່



      ພິທີ​ພົບ​ປະລະ​ຫວ່າງ​ຄະນະ​ສະມາຄົມ​ສື່​ມວນ​ຊົນ​ໄທ ​ແລະ ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 16 ພຶດສະພາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ພາຍຫລັງ​ຄະນະ​ສື່​ມວນ​ຊົນ​ໄທ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ນຳ​ໂດຍ​ທ່ານ ນຳ​ປະສົງ ​ເລີດ​ລະ​ທະນະ​ວິສຸດ ຫົວໜ້າ​ສະ​ຖາ​ບັນ​ອິດສະ​ລາ ທັງ​ເປັນ​ຫົວໜ້າ​ສະມາຄົມ​ສື່​ມວນ​ຊົນ ແລະ ສື່​ສິ່ງ​ພິມ​ແຫ່ງ​ປະ​ເທດ​ໄທ ແລະ ຝ່າຍ​ລາວ​ນຳ​ໂດຍ​ທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະທານ​ສະ ມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ.
     ການ​ພົບ​ທີ່​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ​ນັ້ນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ໄດ້​ມີ​ການ​ແລກປ່ຽນ​ບົດ ຮຽນ​ເຊິ່ງກັນ ​ແລະ ກັນ​ດ້ານ​ສື່​ມວນ​ຊົນ ​ເພື່ອ​ນຳພາ​ພັດທະນາ​ສື່​ຂອງ​ຕົນ​ໃຫ້​ນັບ​ມື້​ເຕີບ​ໃຫຍ່​​ເຂັ້ມ​ແຂງ ​ໂດຍ​ສະ​ເພາະ​ການ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ຂຽນ​ຂ່າວ​ດ້ານ​
ຕ່າງໆ ຄື​ໄອ​ທີ, ສິ່ງ​ແວດ​ລ້ອມ, ຕະຫລາດ​ຫລັກ​ຊັບ, ການ​ສຶກສາ-ກິລາ ​ແລະ ອື່ນໆ ​ເຊິ່ງສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ຝ່າຍ ​ແລະ ຫວັງ​ວ່າ ການ​ຮ່ວມ​ມືນີ້ນັບ​ມື້ຍິ່ງ​ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ໂດຍ​ສະ​ເພາະ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ນຳ​ກັນ​ໃນ​ເມື່ອ​ກ້າວ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຫລື ການ​ສ້າງ​ອາ​ຊຽນ​ໃຫ້​ເປັນ​ເຂດ​ປອດ​ຢາ​ເສບ​ຕິດ.

No comments:

Post a Comment