Ad

Ad

16 May 2014

ລາວຫາລືວິໄສທັດການພັດທະນາປະເທດຮອດປີ 2030



     ໃນວັນທີ 15 ພຶດສະພານີ້, ຢູ່ກະຊວງແຜນການ ແລະ ການລົງທຶນ, ທ່ານຮອງ ນາຍົກລັດ ຖະມົນຕີ ສົມສະຫວາດ ເລັ່ງສະ ຫວັດໄດ້ເປັນປະທານກອງປະ ຊຸມສຳ ມະນາກ່ຽວກັບວິໄສທັດ ຮອດປີ 2030, ຍຸດທະສາດຮອດ ປີ 2025 ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໂດຍມີຕ່າງ ໜ້າ ຈາກພາກສ່ວນຕ່າງໆເຂົ້າຮ່ວມ.
      ທ່ານຮອງນາຍົກ ສົມສະ ຫວາດ ເລັ່ງສະຫວັດ ໄດ້ກ່າວ ເປີດກອງປະຊຸມສຳ ຄັນເທື່ອນີ້ ວ່າ: ພວກເຮົາຈະໄດ້ຄົ້ນຄວ້າປຶກ ສາຫາລືປະກອບຄຳຄິດຄຳ ເຫັນຕໍ່ທິດ ທາງ, ຄາດໝາຍ, ໂຄງ ການ ແລະ ບັນຫາຕ່າງໆ ຂອງ ແຕ່ລະຂະແໜງການເພື່ອເປັນ ບ່ອນອີງໃຫ້ແກ່ການຮ່າງວິໄສທັດຮອດປີ 2030, ຍຸດທະສາດ ຮອດປີ 2025 ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ເຊິ່ງເປັນແຜນສືບຕໍ່ບຸກທະລຸການຈັດຕັ້ງປະຕິບັດບັນດາຄາດໝາຍສະຫັດສະວັດດ້ານການພັດ ທະນາທີ່ຍັງ ມີບາງເປົ້າໝາຍອາດຈະບໍ່ສາ ມາດບັນລຸໄດ້ໃນປີ 2015 ແລະ ເປັນແຜນທີ່ພວກເຮົາຈະຕ້ອງສູ້ ຊົນເຮັດໃຫ້ປະ
ເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາໃນປີ 2020 ໂດຍຫັນ ປ່ຽນຮູບແບບການພັດທະນາ ຕາມທິດ ເສີມຂະຫຍາຍທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງ ປະເທດຕິດພັນກັບການເຊື່ອມ ໂຍງພາກພື້ນ ແລະ ສາກົນ. ສຳ ລັບ ວິໄສທັດຮອດປີ 2030 ແລະ ຍຸດທະສາດຮອດປີ 2025 ຈະຕ້ອງສູ້ຊົນໃຫ້ຫລຸດພົ້ນອອກຈາກປະເທດລາຍຮັບປານກາງຕ່ຳ ຕາມທິດເຕີບໃຫຍ່ແບບສະເໝີ ພາບ, ສັງຄົມມີຄວາມສາມັກຄີ ປອງດອງ, ປະຊາທິປະໄຕ, ຍຸຕິ ທຳ ແລະ ສີວິໄລ ມີສະຖຽນ ລະ ພາບທາງດ້ານການເມືອງ ແລະ ມີຄວາມສະຫງົບ-ປອດໄພທາງ ສັງຄົມຢ່າງໜັກແໜ້ນ; ລະບອບ ການປົກຄອງມີຄວາມ ເຂັ້ມແຂງຕາມທິດ 3 ສ້າງ, ເສດຖະກິດ ແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງໃນຈັງຫວະບໍ່ ຫລຸດ 8% ຕໍ່ປີ, ປະຊາ ຊົນລາວໄດ້ ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບ, ໄດ້ຮັບ ການສຶກສາໃນແຕ່ລະຂັ້ນຢ່າງ ທົ່ວເຖິງ, ບົດບາດ ຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງໄດ້ ຮັບການພັດທະນາ. ສປປ ລາວ ມີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປົ້າໝາຍລວມຂອງແຜນ 5 ປີຄັ້ງທີ VIII (2016-2020) ຄື ການນຳເອົາປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບປະເທດ້ອຍພັດທະນາໃນປີ 2020 ຈະຕ້ອງບັນລຸເງື່ອນໄຂຕາມມາດຕະຖານການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາຄືລວມຍອດລາຍຮັບແຫ່ງຊາດ ຕໍ່ຫົວຄົນ (GNI ຕໍ່ຫົວຄົນ) ສູ້ຊົນໃຫ້ໄດ້ 2.740 ໂດລາ (ຄາດ ໝາຍສາກົນກຳນົດໄວ້ແມ່ນຕ້ອງສູງກວ່າ 1.574 ໂດລາຕໍ່ຄົນຕໍ່ປີ (ໃນປີ 2018) ຫລື 1.810 ໂດລາຕໍ່ ຄົນຕໍ່ປີ (ໃນປີ 2021). ສະນັ້ນ ຕ້ອງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວບໍ່ຫລຸດ 8% ຕໍ່ປີ, ດັດຊະນີໝາຍດ້ານຊັບ ສິນ ມະນຸດ (HAI) ຕ້ອງສູ້ຊົນໃຫ້ ໄດ້ບໍ່ຕ່ຳກວ່າ 68, ດັດຊະນີຄວາມ ບອບບາງທາງດ້ານເສດຖະກິດ (EVI) ຕ້ອງສູ້ຊົນໃຫ້ບັນ ລຸບໍ່ສູງກວ່າ 32 ໃນປີ 2020.

No comments:

Post a Comment