Ad

Ad

19 May 2014

ການນຳພັກ-ລັດ ເຂົ້າວາງພວງມາລາໄວ້ອາໄລເຖິງການນຳທີ່ເສຍຊີວິດຍ້ອນອຸປະຕິເຫດຍົນກອງທັບອາກາດລາວຕົກ



    ວັນທີ 18 ພຶດສະພາ 2014 ນີ້ ການນຳພັກ-ລັດໄດ້ເຂົ້າວາງ ພວງມາລາເພື່ອ ໄວ້ ອາໄລເຖິງ 4 ສະຫາຍທີ່ໄດ້ເຖິງແກ່ມໍລ ນະກຳຍ້ອນອຸບັດເຫດຍົນກອງທັບອາ ກາດ ລາວຕົກ ໃນຕອນເຊົ້າວັນທີ 17/05/2014 ຄື: ສະຫາຍ ພົນໂທ ດວງໃຈ ພິຈິດ ອະ ດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດທີ່ສະໂມສອນກະຊວງປ້ອງກັນປະ ເທດ (ໂພນເຄັງ); ສະຫາຍ ດຣ. ທອງບັນ ແສງອາພອນ ອະ ດີດເລຂາທິການ ສູນກາງ ພັກ, ອະດີດລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ;  ສະຫາຍ ສຸກັນມະຫາລາດ ອະດີດເລຂາທິການສູນກາງພັກ, ອະດີດເລຂາຄະນະພັກ, ທັງເປັນອະດີດເຈົ້າຄອງນະຄອນ ຫລວງວຽງ ຈັນ ສະໂມສອນຫ້ອງວ່າການນະຄອນຫລວງ ແລະ ສະຫາຍ ເຈືອງ ສົມບູນຂັນ ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທີ່ເຮືອນຂອງເພິ່ນເອງບ້ານຄຳຮຸ່ງ ເມືອງໄຊທານີນະຄອນຫລວງວຽງຈັນ.

     ຄະນະທີ່ເຂົ້າວາງພວງມາ ລາໃນມື້ນີ້ມີຄະນະບໍລິຫານງານສູນກາງພັກນຳໂດຍ ສະຫາຍ ຈູມມະລີ ໄຊຍະສອນ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ຄະນະສະ ພາແຫ່ງຊາດ ນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ຄະນະລັດຖະ ບານ ນຳໂດຍສະຫາຍ ທອງ ສິງ ທຳມະວົງກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ; ຄະນະສູນກາງແນວ ລາວສ້າງຊາດນຳໂດຍສະ ຫາຍ ຕົງເຢີທໍກຳມະການສູາງກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ; ຄະນະຫ້ອງວ່າການສູນກາງພັກ ນຳໂດຍທ່ານນາງ ແກ້ວຍອດຟ້າ ສຸພານຸວົງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ; ມີບັນດາກະຊວງ, ສຳນັກງານ, ກົມກອງ, ອົງການຈັດຕັ້ງຕ່າງໆ, ມີບັນດາຄອບຄົວກໍໄດ້ເຂົ້າວາງພວງມາລາໃນມື້ນີ້.
      ນອກຈາກນັ້ນ ຍັງມີບັນດາທູຕານຸທູດປະເທດເພື່ອນມິດປະຈຳລາວກໍໄດ້ເຂົ້າວາງພວງມາລາໃນມື້ນີ້ເຊັ່ນດຽວກັນ.

No comments:

Post a Comment