Ad

Ad

19 May 2014

ແຈ້ງຂ່າວເສົ້າສະຫລົດໃຈ



    ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄອບຄົວພິຈິດ, ຄອບ ຄົວແສງອາພອນ, ຄອບຄົວມະຫາລາດ ແລະ  ຄອບຄົວສົມບູນຂັນຂໍແຈ້ງຂ່າວດ້ວຍຄວາມເສົ້າສະຫລົດໃຈມາຍັງສະ ມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ: ສະຫາຍ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດ, ສະຫາຍ ທອງບັນ ແສງອາພອນ ເລຂາທິການສູນກາງພັກ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະ ຫງົບ ແລະ ສະຫາຍ ສຸກັນ ມະຫາລາດເລຂາ ທິການສູນກາງພັກເລຂາຄະນະພັກທັງເປັນເຈົ້າຄອງນະຄອນຫລວງວຽງຈັນ, ສະຫາຍ ເຈືອງ ສົມບູນຂັນ ເລຂາທິການສູນ ກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ເຖິງແກ່ມໍລະນະກຳ ແລ້ວ, ຍ້ອນອຸບັດ ເຫດຍົນອານ 74 TK 300 ຂອງ ກອງທັບອາກາດລາວຕົກເມື່ອ ວັນທີ 17/05/2014, ເວລາປະມານ 7:00 ໂມງໃນເວລາເດີນ ທາງໄປປະຕິບັດໜ້າທີ່ທາງລັດ ຖະການຢູ່ແຂວງຊຽງຂວາງ. ເພື່ອ​ຈາລຶກຄຸນງາມຄວາມ​ດີ ຂອງ 4 ​ສະຫາຍທີ່​ໄດ້​ອຸທິດ​ແກ່​ປະ​ເທດ​ຊາດ ​ແລະ ການ​ປະຕິວັດ ເປັນເວລາຫລາຍສິບປີ, ດ້ວຍ ຄວາມ​ອາ​ໄລ​ອາວ​ອນຢ່າງ​ສຸດ​ຊຶ້ງຕໍ່​ 4
ສະຫາຍ, ຊຶ່ງ​ເປັ​ນ​ພະນັກ​ງານ​ການ​ນຳ​ຂັ້ນສູງ​ຂອງ​ພັກ ແລະ ລັດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະ ບານ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​, ນະຄອນຫລວງ​ວຽງ​ຈັນ, ຄະນະໂຄສະນາ​ອົບ​ອົມສູນ​ກາງ​ພັກ, ໄດ້ຕົກລົງ​ຈັດຕັ້ງພິທີ ຊາ​ປະນະກິດ​ສົບ ​​ແລະ ພິທີ​ໄວ້​ອາ​ໄລ​ເຖິງ​ 4 ສະຫາຍຢ່າງສົມກຽດ​ເປັນ​ເວລາ​ 3  ວັນ​ນັບ​ແຕ່ວັນທີ 17-19 ພຶດສະພາ 2014.                         
      ປະຈຸ​ບັນ​ສົບ​ຂອງ​ສະຫາຍ ພົນ​ໂທ ດວງ​ໃຈ ພິຈິດ ​ໄດ້​ບຳ​ເພັນ​ກຸສົນ​ໄວ້​ຢູ່ສະ​ໂມ​ສອນ​ກະຊວງ​ປ້ອງ​ກັນ​ປະ​ເທດ (​ໂພນ​ເຄັງ), ສົບ​ຂອງສະຫາຍ​ ທອງ​ບັນ ແສງອາ ພອນ ໄດ້​ບຳ​ເພັນ​ກຸສົນ​ໄວ້​ຢູ່ສະ​ໂມ​ສອນ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ, ສົບ ຂອງສະຫາຍ ສຸ​ກັນ ​ມະຫາລາດ ໄດ້​ບຳ​ເພັນ​ກຸສົນ​ໄວ້​ຢູ່ສະ​ໂມ​ສອນຫ້ອງ​ວ່າການ​ນະຄອນຫລວງ, ສົບຂອງສະຫາຍ ເຈືອງ ​ສົມບູນຂັນ ໄດ້​ບຳ​ເພັນ​ກຸ ສົນ​ໄວ້​ຢູ່ເຮືອນ​ຂອງ​ເພິ່ນ​ເອງ ບ້ານ​ຄຳຮຸ່ງ ​ເມືອງ​ໄຊ​ທານີ, ວັນຊາ​ປະນະກິດ​ສົບ​ຈະ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນຈັນ, ວັນ​ທີ 19/05/2014.

No comments:

Post a Comment