ໂດຍ: ວິເສດ ສະແຫວງສຶກສາ
ໃນຍຸກແຂ່ງຂັນດ້ານອາຊີບການງານນີ້
ຫລາຍປະເທດໄດ້ວາງນະໂຍບາຍສົ່ງເສີມສີມືແຮງງານຂອງແຮງງານເພດຍິງໃຫ້ກ້າວສູ່ຄຸນນະພາບລະດັບມືອາຊີບ.
ສຳລັບຢູ່ຍີ່ປຸ່ນ ປະເທດມະຫາອຳນາດທາງເສດຖະກິດອັນດັບ 3 ຂອງໂລກນັ້ນ, ລັດຖະບານໄດ້ເອົາໃຈໃສ່ບຳລຸງສ້າງເພດຍິງໃຫ້ກາຍເປັນຜູ້ນຳທາງເສດຖະກິດຫລາຍຂຶ້ນ
ເຊັ່ນໃນຕຳແໜ່ງຜູ້ຈັດການບໍລິສັດ. ເມື່ອສົມທັບກັບບັນດາປະເທດໃນເອີຣົບ ແລະ
ສະຫະລັດອາເມລິກາແລ້ວ
ເປີເຊັນຂອງແມ່ຍິງຍີ່ປຸ່ນໃນຕຳແໜ່ງຜູ້ຈັດການບໍລິສັດຍັງມີຈຳນວນໜ້ອຍທີ່ສຸດ.
ສະຖິຕິກະຊວງເສດຖະກິດ,
ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນໃຫ້ຮູ້ວ່າ:
ແມ່ຍິງໃນຕຳແໜ່ງຜູ້ຈັດການນັ້ນມີປະມານ 3% ຂອງຈຳນວນທັງໝົດ ຫລື ເທົ່າໆກັບໜຶ່ງສ່ວນຫ້າ
(1/5) ຂອງເພດຍິງທີ່ຢູ່ໃນຕຳແໜ່ງດຽວ
ກັບທີ່ເອີຣົບ ແລະ ສະຫະລັດອາເມລິກາ.
ສ່ວນແມ່ຍິງຍີ່ປຸ່ນໃນຕຳແໜ່ງຄະນະອຳນວຍການບໍລິສັດນັ້ນມີຈຳນວນພຽງ 12,5%. ແນວໃດກໍດີ, ຫວ່າງບໍ່ດົນນີ້ກໍໄດ້ມີຂ່າວດີກ່ຽວກັບນະໂຍບາຍສົ່ງເສີມຂີດຄວາມສາມາດຂອງເພດຍິງ
ເພື່ອໄຕ່ເຕົ້າສູ່ຕຳແໜ່ງຮັບຜິດຊອບສູງໆໃນຂົງເຂດທຸລະກິດ ຄືທາງກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງປະເທດນີ້ໄດ້ມີແຜນຈັດຕັ້ງສ້າງ “ຄ້າຍເຝິກອົບຮົມ” ຂຶ້ນສະເພາະສຳລັບເພດຍິງທີ່ມີຄວາມຟັກໄຟ່ຢາກໄຕ່ຂຶ້ນຢືນຢູ່ຈອມຫົວໜ່ວຍທຸລະກິດ. “ຄ້າຍເຝິກອົບຮົມ” ໃນຮູບການສຳມະນາທາງວິຊາການນີ້ຈະດຳເນີນໄປເປັນເວລາ 6 ວັນທີ່ໂຮງແຮມໂຕກຽວ
ໃນເດືອນມັງກອນປີ 2017 ໂດຍຈະລົງເລິກວິຊາຍຸດທະສາດການຄຸ້ມຄອງທຸລະກິດ ແລະ
ຄວາມຊຳນານງານກ່ຽວກັບການແກ້ໄຂບັນຫາວິກິດການນັກທຸລະກິດເພດຍິງຈຳນວນ 60 ຄົນທີ່ເປັນເປົ້າໝາຍເຊີນເຂົ້າຮ່ວມຄ້າຍເຝິກອົບຮົມຄັ້ງນີ້ແມ່ນຈຳພວກທີ່ໄດ້ຢຸດສະງັກການດຳເນີນທຸລະກິດຂອງພວກຕົນ
ຍ້ອນຄ່ານຳການເກີດ ແລະ ການເບິ່ງແຍງລູກ. ທາງກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ຕັ້ງຄວາມຫວັງເອົາໄວ້ວ່າ
ຄ້າຍເຝິກອົບຮົມນີ້ ນອກຈາກຈະໃຫ້ຄວາມຮູ້ອັນຈຳເປັນແລ້ວ ຍັງຈະເຮັດໜ້າທີ່ເປັນເວທີສຳລັບໃຫ້ນັກທຸລະກິດເພດຍິງໄດ້ມີໂອກາດແລກປ່ຽນປະສົບການ
ແລະ ບັນຫາສ່ວນຕົວນຳກັນອີກດ້ວຍ. ສ່ວນຢູ່ປະເທດອິນໂດເນເຊຍນັ້ນ ໃນສອງ-ສາມປີຜ່ານມານີ້
ທາງການໄດ້ເລີ່ມຫລຸດຜ່ອນການສົ່ງອອກແຮງງານເພດຍິງໄປເຮັດວຽກເປັນຄົນໃຊ້ໃນຄົວເຮືອນຢູ່ຕ່າງປະເທດ
ແລະ ຫວ່າງບໍ່ດົນມາ ກໍໄດ້ສັ່ງໂຈະການສົ່ງອອກຊົ່ວຄາວ
ເພື່ອປັບປຸງລະບຽບກ່ຽວກັບການຄຸ້ມຄອງແຮງງານເພດຍິງທີ່ອອກແຮງງານເປັນຄົນໃຊ້
ໂດຍໄດ້ສົມທົບກັບທາງການກ່ຽວຂ້ອງຂອງປະເທດນາຍຈ້າງ.
ເງື່ອນໄຂໃໝ່ໃນການສົ່ງອອກແຮງງານເພດຍິງອິນໂດເນເຊຍນັ້ນແມ່ນໜຶ່ງ:
ບໍ່ໃຫ້ແຮງງານທີ່ເປັນຄົນໃຊ້ນັ້ນອາໄສຢູ່ໃນຄອບຄົວຂອງນາຍຈ້າງ ຄືໃຫ້ແຍກຢູ່ຕ່າງຫາກ.
ທັງນີ້ເພື່ອຫລີກລ່ຽງການອອກແຮງງານເກີນເວລາ ແລະ ຄວາມສ່ຽງທີ່ຈະຖືກລະເມີດສິດ, ສອງ ຜູ້ອອກແຮງງານຕ້ອງມີເວລາພັກຜ່ອນ 1 ວັນປະຈຳແຕ່ລະອາທິດ, ສາມ
ຕ້ອງກຳນົດໃຫ້ການອອກແຮງງານເປັນຄົນໃຊ້ເປັນວຽກອາຊີບທາງການ.
ທີ່ຕ້ອງມີລະບຽບດັ່ງທີ່ກ່າວມາຂ້າງເທິງນີ້ ກໍເພື່ອປົກປ້ອງແຮງງານເພດຍິງທີ່ເຄີຍມີບັນຫາຖືກລະເມີດສິດຈາກນາຍຈ້າງໃນໄລຍະຜ່ານມາ.
ນອກຈາກນັ້ນໃນຕໍ່ໜ້າ,
ແມ່ຍິງອິນໂດເນເຊຍທີ່ໄປອອກແຮງງານຢູ່ຕ່າງປະເທດນັ້ນຈະຕ້ອງມີອາຊີບສະເພາະດ້ານໃນດ້ານໜຶ່ງຄັກແນ່
ເຊັ່ນອາຊີບຄົວກິນ,
ອາຊີບເບິ່ງແຍງເດັກ ກໍຄືຜູ້ເຖົ້າ ແລະ ອື່ນໆ
ແຕ່ຫາກບໍ່ແມ່ນໄປເປັນຄົນໃຊ້ອ້ອຍຕ້ອຍຄືແຕ່ກ່ອນ.
No comments:
Post a Comment