Ad

Ad

7 December 2016

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ປະສານງານອົງການສະຫະປະຊາຊາດ

          ໃນວັນທີ 6 ທັນວາ ນີ້ ຢູ່ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານນາງ ຄາຣິນາ ອິມໂມເມັນ ຜູ້ປະສານງານອົງການສະ ຫະປະຊາຊາດ ທັງເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳລາວ ໃນໂອກາດເຂົ້າຮ່ວມກອງປະຊຸມໂຕະມົນປະຈຳປີ 2016 ທີ່ຈັດຂຶ້ນໃນລະຫວ່າງວັນທີ 24-26 ພະຈິກຜ່ານມາ ຢູ່ ແຂວງວຽງຈັນ.

          ໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຜົນສຳເລັດຂອງກອງປະຊຸມດັ່ງກ່າວ, ອັນໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດ ທະນາ
ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2015-2016) ຂອງ ສປປ ລາວ ເພື່ອໃຫ້ບັນລຸກແຜນວາງໄວ້, ສິ່ງສຳຄັນແມ່ນການເຊື່ອມສານເອົາບັນດາເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນວາລະການພັດທະນາແຫ່ງຊາດ, ການຈັດຕັ້ງປະຕິບັດວຽກງານການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ການກຽມຄວາມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕສີຂຽວ, ການກະກຽມ ແລະ ຮັບຮອງແຜນດຳເນີນງານຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຄູ່ຮ່ວມພັດທະນາທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລ ຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສະເພາະ ເລັ່ງໃສ່ແກ້ໄຂຫລຸດຜ່ອນຄວາມທຸກຍາກ ແລະ ນຳເອົາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບຄວາມເປັນປະເທດດ້ອຍພັດທະນາ ໃນປີ 2020, ພ້ອມຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ໃຫ້ການຮ່ວມມື ແລະ ເພີ່ມການຊ່ວຍເຫລືອລາວ ເປັນຕົ້ນ ຊຸກຍູ້ ສປປ ລາວ ໃນການດຶງດູດການລົງທຶນ, ການຊ່ວຍເຫລືອໃຫ້ຂະແໜງການຕ່າງໆ ເຊັ່ນ: ການເຊື່ອມສານເອົາບັນດາເປົ້າໝາຍການພັດທະ ນາແບບຍືນຍົງ, ການຈັດຕັ້ງປະຕິບັດແຜນງານຄ້ຳປະກັນສະບຽງອາຫານ-ໂພຊະນາການ, ບັນດາຍຸດທະສາດວ່າດ້ວຍການເຕີບໂຕສີຂຽວ, ການປ່ຽນແປງດິນຟ້າອາກາດ, ກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍດ້ານວິຊາການເພື່ອໃຫ້ກອງເລຂາ SDG ແລະ ຂະແໜງການຕ່າງໆ ສາມາດເຊື່ອມສານ ບັນດາຕົວຊີ້ວັດຂອງເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ຊ່ວຍສືບຕໍ່ປະຕິບັດພັນທະການຮ່ວມພັດທະນາຮ່ວມກັນ ໂດຍສະເພາະ ແມ່ນວຽກງານສົ່ງເສີມບົດບາດ ຍິງ-ຊາຍ ແລະ ວຽກງານເກັບກູ້ລະເບີດບໍ່ທັນແຕກ, ສືບຕໍ່ຊ່ວຍ ສປປ ລາວ ໃຫ້ສາມາດຜະລິດ, ແຂ່ງຂັນກັບຕະຫລາດສາກົນໄດ້ ໂດຍສະເພາະ ພາຍໃຕ້ຂອບການສັນຍາຂອງ WTO ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ບັນລຸໄດ້ ບັນດາເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030.

No comments:

Post a Comment