Ad

Ad

7 December 2016

ທາບທາມຮ່າງກົດໝາຍວ່າດ້ວຍອົງການກາແດງລາວ


        ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍອົງການກາແດງລາວ, ໄດ້ຈັດຂຶ້ນໃນວັນທີ 6 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປະທານອົງການກາແດງລາວ ຄຳຮຸ່ງ ເຮືອງວົງສີ, ມີຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານປະທານອົງການກາແດງລາວ ກ່າວວ່າ: ຮ່າງກົດໝາຍດັ່ງກ່າວປະກອບມີ: 11 ພາກ, 8 ໝວດ ແລະ 72 ມາດຕາ, ພ້ອມນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳ
ຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນກວ່າເກົ່າ ແລະ ພາຍຫລັງສຳເລັດການ ທາບທາມຄັ້ງນີ້ຈະຖືກນຳໄປຜ່ານກະຊວງຍຸຕິທຳ, ລັດຖະບານ ແລະ ນຳໄປສະເໜີຜ່ານສະພາແຫ່ງຊາດເພື່ອຮັບຮອງ ແລະ ປະກາດນຳໃຊ້ໃນຕໍ່ໜ້າ, ຊຶ່ງຈະເປັນຜົນດີຕໍ່ອົງການຈັດຕັ້ງສັງຄົມຂອງລັດຖະບານໃນການເຄື່ອນໄຫວ ວຽກງານມະນຸດສະທຳໃນ ສປປ ລາວ ລວມເຖິງພາກພື້ນ ແລະ ສາກົນທີ່ ສປປ ລາວເປັນພາຄີ.

No comments:

Post a Comment