Ad

Ad

7 December 2016

ເບິ່ງກົດໝາຍລາວຜ່ານສື່ອອນລາຍ


         ຕໍ່ໄປນີ້ການຊອກຮູ້ກ່ຽວກັບກົດໝາຍຂອງ ສປປ ລາວ ຈະບໍ່ແມ່ນເລື່ອງຫຍຸ້ງຍາກອີກ, ຫລັງຈາກກະຊວງຍຸຕິທໍາໄດ້ເປີດນໍາໃຊ້ແອັບພລີເຄຊັນກົດໝາຍລາວໃນວັນທີ 5 ທັນວານີ້, ຊຶ່ງຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນຂ່າວສານດ້ານກົດໝາຍຜ່ານສື່ສັງຄົມອອນລາຍຢ່າງກວ້າງຂວາງ, ງ່າຍດາຍ ແລະ ວ່ອງໄວ.

          ທ່ານຫົວໜ້າກົມໂຄສະນາອົບຮົມກົດໝາຍກະຊວງຍຸຕິທໍາ ບຸນຊ່ວງ ທະວີສັກ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກະຊວງຍຸຕິທໍາໄດ້ມີເວັບໄຊ www.moj.gov.la ເພື່ອເປັນຊ່ອງທາງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,
ລະບຽບກົດໝາຍຂອງລັດ ແລະ ການເຄື່ອນໄຫວວຽກງານຂອງຂະແໜງຍຸຕິທຳ, ແຕ່ເພື່ອຕອບສະໜອງກັບຄວາມຕ້ອງການໄລຍະໃໝ່ ແລະ ຫັນສູ່ຄວາມເປັນ ທັນສະໄໝເທື່ອລະກ້າວ, ຈຶ່ງໄດ້ພັດທະນາລະບົບແອັບພລີເຄຼຊັນກົດໝາຍລາວຂຶ້ນ, ເພື່ອເປັນແຫລ່ງເກັບກໍາຂໍ້ມູນຂ່າວສານດ້ານກົດໝາຍທີ່ສາມາດຕອບສະໜອງໃຫ້ແກ່ສັງຄົມໂດຍຜ່ານໂທລະສັບມືຖື (ສະມາດໂຟນ) ແນໃສ່ເຮັດໃຫ້ສັງຄົມໄດ້ອ່ານກົດໝາຍ, ການແຈ້ງເຕືອນຂອງພັກ-ລັດ ແລະ ຊອກຫາຄຳສັບກົດໝາຍໄດ້ຢູ່ທຸກບ່ອນ, ທຸກເວລາ ແລະ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໝັ້ນໃຈຕໍ່ກັບຂໍ້ມູນທີ່ເປັນທາງການ, ພ້ອມທັງເປັນການອຳນວຍຄວາມສະດວກໃຫ້ຜູ້ມັກອ່ານຂ່າວສານດ້ານກົດໝາຍລວມທັງການຄົ້ນຫາຄຳສັບກົດໝາຍໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ງ່າຍຂຶ້ນກວ່າເກົ່າ. 

No comments:

Post a Comment