Ad

Ad

7 December 2016

ເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍພັດທະນາເສດຖະກິດລາວຂະຫຍາຍຕົວໄວຂຶ້ນ

          ຄະນະກຳມາທິການພັດທະນາ ແລະ ປະຕິຮູບເສດຖະກິດແຫ່ງຊາດໃຫ້ຮູ້ວ່າ: ໂຄງການທາງລົດໄຟລາວ-ຈີນບໍ່ພຽງແຕ່ເປັນປະຫວັດສາດ, ແຕ່ຍັງແມ່ນສັນຍະລັກຂອງການພົວພັນຮ່ວມມືລະຫວ່າງລາວ-ຈີນ ເທົ່ານັ້ນ, ມັນຍັງເປັນໂຄງການຄ້ຳຊູໃຫ້ການພັດທະນາເສດຖະກິດສອງປະເທດຂະຫຍາຍຕົວແຂງແຮງ ແລະ ວ່ອງໄວຂຶ້ນ ໂດຍສະເພາະຈະຊ່ວຍຍົກສູງປະສິດທິພາບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງທ້ອງຖິ່ນ ແລະ ອອກຕ່າງປະເທດດີຂຶ້ນຫລາຍເທົ່າ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະເປັນກຳລັງແຮງອັນໃໝ່ເພື່ອການພັດທະນາເສດຖະກິດໃນເຂດພາກພື້ນອາຊີຕາເວັນສຽງໃຕ້ ໂດຍ
ສະເພາະການພົວພັນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ, ປະກອບສ່ວນສ້າງວຽກເຮັດງານທຳຢ່າງຫລວງຫລາຍໃຫ້ປະຊາຊົນສອງປະເທດ ແລະ ນຳມາພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ.

          ຄະນະກຳມາທິການດັ່ງກ່າວໃຫ້ຮູ້ວ່າ: ໂຄງການປະຫວັດສາດຂອງສອງປະເທດທີ່ຈະເລີ່ມຈັດຕັ້ງປະຕິບັດໃນມໍ່ໆນີ້ມັນເປັນໂຄງການທີ່ມີຄວາມໝາຍ ແລະ ຍຸດທະສາດຍາວນານ ເພື່ອເຮັດບົດບາດໃນການກໍ່ສ້າງເຄືອຂ່າຍເສັ້ນທາງລົດໄຟເຊື່ອມຕໍ່ປະເທດຕ່າງໆໃນທະວີບອາຊີດ້ວຍກັນ ແລະ ກະຕຸກຊຸກຍູ້ການພັດທະນາພື້ນຖານໂຄງລ່າງຂອງບັນດາປະເທດໃນພາກພື້ນໃຫ້ເຊື່ອມຈອດກັນໄວຂຶ້ນ. ໂຄງການລົດໄຟ ລາວ-ຈີນ ແມ່ນເລີ່ມຈາກຈຸດຊາຍແດນບໍ່ເຕັນ-ບໍ່ຫານຂອງສອງປະເທດ ລວມມີຄວາມຍາວປະມານ 418 ກິໂລແມັດ, ເຂົ້າມາຜ່ານຫລາຍແຂວງຂອງລາວເຊັ່ນ: ຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ເຂົ້າມາສູ່ນະຄອນຫລວງວຽງຈັນ ເຊິ່ງການກໍ່ສ້າງຈະມີຂົວ ແລະ ອຸມົງກວມເອົາ 60% ຂອງຄວາມຍາວເສັ້ນທາງ, ຄາດວ່າຈະມີມູນຄ່າການກໍ່ສ້າງສູງເກືອບ 40 ຕື້ຢວນ (ສະກຸນເງິນຈີນ) ເຊິ່ງເປັນການລົງທຶນຮ່ວມຂອງສອງປະເທດໃນອັດຕາສ່ວນ ລາວ 30% ແລະ ຈີນ 70%, ຈະສ້າງເປັນທາງປະເພດດ່ຽວ ໂດຍໃຊ້ລະບົບຂັບເຄື່ອນດ້ວຍພະລັງ ງານໄຟຟ້າດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດລົງຢ່າງສົມບູນໃນປີ 2020.

No comments:

Post a Comment