Ad

Ad

7 December 2016

ເທດສະການເຕັ້ນຟັງແມ່ຂອງ 2016 ຈະຈັດຂື້ນໃນວັນທີ 9-17 ທັນວານີ້


        ຄະນະກຳມະການຈັດເທດສະການເຕັ້ນຟັງແມ່ຂອງ 2016 ( Fang Mae Khomg DANCE FESTIVAL 2016 ) ໄດ້ຖະແຫຼ່ງຕໍ່ສື່ມວນຊົນຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ໃນວັນທີ 6 ທັນວານີ້ວ່າ: ເທດສະການເຕັ້ນດັ່ງກ່າວຈະຈັດຂຶ້ນໃນວັນທີ 9-17 ທັນວານີ້, ທີ່ສູນການຄ້າອາຊຽນມໍ, ນະຄອນຫຼວງວຽງຈັນ ແລະ ຈະມີການສະແດງທີ່ຫຼາກຫຼາຍກວ່າປີຜ່ານມາ, ໂດຍຈະມີນັກສະແດງຈາກ 6 ປະເທດຄື: ຝຣ່ັງ, ຍີ່ປຸ່ນ, ສິງກະໂປ, ກຳປູເຈຍ, ເຢຍລະມັນ ແລະ ລາວເຂົ້າຮ່ວມ,ນອກຈາກນີ້ຍັງມີການສອນທັກສະການເຕັ້ນແບບຕ່າງໆໃຫ້ກັບຜູ້ທີ່ສົນໃຈ ແລະ ມັກຮັກໃນການເຕັ້ນ,ສຳລັບຜູ້ສົນໃຈເຂົ້າຮ່ວມງານສາມາດຕິດຕໍ່ຫາຊື້ປີ້ໄດ້ທີ່ບໍລິສັດຟັງແມ່ຂອງໃນລາຄາ 20 ພັນກີບ/1ບັດ/ມື້.

          ຄະນະກຳມະການຈັດງານດັ່ງກ່າວໃຫ້ຮູ້ວ່າ: ເທດສະການເຕັ້ນຟັງແມ່ຂອງ ເລີ່ມຈັດ ຕັ້ງປະຕິບັດມາແຕ່ປີ 2010 ໂດຍສະມາຄົມເຕັ້ນຄຳປະເທດຝຣັ່ງ. ເພື່ອສົ່ງເສີມສີລະປະການສະແດງ ແລະ ອາຊີບນັກເຕັ້ນຂອງໄວໜຸ່ມ, ໂດຍສະເພາະແມ່ນໃນຂົງເຂດແມ່ນ້ຳຂອງ ແລະ ເປີດໂອກາດໃຫ້ ນັກເຕັ້ນທົ່ວໂລກໄດ້ມາແລກປ່ຽນຄວາມຮູ້ ແລະ ປະສົບການນຳກັນ, ເພື່ອຮຽນຮູ້ກ່ຽວກັບສີລະປະວັດທະນະທຳເຊິ່ງກັນ ແລະ ກັນຜ່ານຮູບແບບການເຕັ້ນ, ທັງເປັນການພັດທະນາຄວາມຮູ້ທາງດ້ານສີລະປະຂອງນັກສະແດງ ແລະ ສ້າງຜົນງານອອກສູ່ສັງຄົມ, ໂດຍສະເພາະແມ່ນເປີດໂອກາດໃຫ້ນັກເຕັ້ນລາວໄດ້ກ້າວສູ່ເວທີສາກົນ, ທັງເປັນການສ້າງເຄືອຂ່າຍວົງການເຕັ້ນໃຫ້ນັບມື້ກວ້າງຂວາງ, ເປັນການສົ່ງເສີມການທ່ອງທ່ຽວພາຍໃນປະເທດອີກດ້ວຍ.  

No comments:

Post a Comment