Ad

Ad

7 December 2016

ສາທານະຄອນຫຼວງຫາລືລະບົບການເຝົ້າລະວັງພະຍາດລະບາດ

          ວັນທີ 6 ທັນວານີ້, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມປຶກສາຫາລື ແລະ ທົບທວນຄືນລະບົບເຝົ້າລະວັງພະຍາດ ແລະ ການລາຍງານກໍລະນີພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກແຊ້ງ, ຂຶ້ນທີ່ພະແນກດັ່ງກ່າວ, ພາຍໃຕ້ການເປັນປະທານຂອງທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກໂຮງໝໍສູນການ, ສາທາລະນະສຸກເມືອງ ແລະ ໜ່ວຍເຝົ້າລະວັງພະຍາດເຂົ້າຮ່ວມເປັນຈຳນວນຫຼາຍ.

          ທ່ານ ປະທານກ່າວໃນທີ່ປະຊຸມວ່າ: ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານເຝົ້າ
ລະວັງພະຍາດໃນໄລຍະຜ່ານມາ,ໂດຍສະເພາະແມ່ນການລາຍງານ ແລະ ການຄົ້ນຫາໝວດກໍລະນີອາການຫລ່ອຍແຫຼວກະທັນຫັນໃນເດັກນ້ອຍອາຍຸຕ່ຳກວ່າ 15 ປີ, ຕາມອັດຕາສັດສ່ວນຂອງປະຊາກອນຂອງນະຄອນຫຼວງວຽງຈັນທັງໝົດ 8 ແສນກວ່າຄົນ, ໃນນັ້ນເດັກນ້ອຍກວມເອົາ 41% ນັ້ນຕ້ອງມີໝວດອາກາດພະຍາດລ່ອຍແຫຼວກະທັນຫັນຢ່າງ ໜ້ອຍ 6-10 ຄົນຕາມຂະໝາດໃນລະບົບເຝົ້າລະວັງພະຍາດ ແລະ ເພື່ອເປັນການເພີ່ມຄວາມເຂັ້ມແຂງໃຫ້ພະນັກງານເຝົ້າລະວັງ, ພວກເຮົາຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອທົບທວນຄືນບັນດາກິດຈະກຳທີ່ຈຳເປັນ  ແລະ ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃນລະບົບເຝົ້າລະວັງ ແລະ ລາຍງານກໍລະນີພະຍາດຕ່າງໆ, ເປັນຕົ້ນແມ່ນການຊອກຫາໝວດອາການພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກແຊ້ງ ແລະ ເພື່ອປັບປຸງການເກັບກຳຂໍ້ມູນໃນສະຖາບບໍລິການສາທາລະນະສຸກ ແລະ ເພື່ອໃຫ້ການປະສານງານຂອງຫຼາຍພາກສ່ວນມີຄວາມເປັນເອກະພາບກັນ ແລະ ເຊື້ອໝັ້ນໄດ້.

No comments:

Post a Comment