Ad

Ad

7 December 2016

ໂຄງການຄຸ້ມຄອງນ້ຳເປື້ອນຈາກຄົວເຮືອນຢູ່ນະຄອນຫລວງວຽງຈັນຄືບໜ້າກວ່າ 80%

            ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຄຸ້ມຄອງນ້ຳເປື້ອນຄົວເຮືອນໃນຕົວເມືອງນະຄອນຫລວງວຽງ ຈັນ, ຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສະມາຄົມນະຄອນທີ່ໃຊ້ພາສາຝຣັ່ງ (AIMF), ອົງການ SIAAP ແລະ ອົງການນ້ຳແຊນນອກມັງດີ AESN ແລະ ມາຮອດປັດຈຸບັນໂຄງການດັ່ງກ່າວມີຄວາມຄືບປະມານ 80% ຊຶ່ງຕັ້ງຢູ່ບ້ານນາໄຫ, ເມືອງໄຊເສດຖາ, ໃນມູນຄ່າ 1,22 ລ້ານເອີໂຣ.
ໂຄງການນີ້ມີຄວາມສຳຄັນເພື່ອບໍລິການ ຮັບໃຊ້ສັງຄົມໃນການຫຼຸດພາວະໂລກຮ້ອນແລ້ວ, ຊຶ່ງເປັນນະວັດຕະກໍາໃໝ່ເພື່ອປະຢັດພະລັງງານ ແລະ ສາມາດນໍາມາໝູນໃຊ້ເຮັດປຸຍໄດ້ນຳອີກ, ຊຶ່ງໂຄງ ການນີ້ຈະເປັນຕົວແບບເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດໄປສູ່ທ້ອງຖິ່ນອື່ນໆໃນອະນາຄົດອີກດ້ວຍ.

           ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 5 ທັນວານີ້, ໂດຍມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ອາລີອານນາ ອາເດຊີ ຕົວແທນສະມາຄົມນະຄອນທີ່ໃຊ້ພາສາຝຣັ່ງ, ພ້ອມດ້ວຍຜູ້ປະສານງານອົງການ SIAAP, AESN ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment