Ad

Ad

7 December 2016

ຫົວໜ້າຄະນະຈັດຕັ້ງສູນກາງພັກເນັ້ນການສ້າງພະນັກງານຕ້ອງຖືເອົາຜົນງານຕົວຈິງເປັນກົກ

          ໃນໂອກາດໂອ້ລົມຕໍ່ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານ ປະຈໍາປີ 2016 ຂອງທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃນວັນທີ 6 ທັນວານີ້, ໄດ້ເນັ້ນໃຫ້ພະນັກງານຫລັກແຫລ່ງຜູ້ທີ່ເຮັດວຽກງານຈັດຕັ້ງໃຫ້ ຮີບຮ້ອນສ້າງແຜນ-ບໍາລຸງກໍ່ສ້າງພະນັກງານໃຫ້ດີກວ່າເກົ່າ ຕາມເປົ້າໝາຍໃນແຜນກໍານົດພະນັກງານແຕ່ລະປະເພດ ໂດຍເລີ່ມຈາກຄວາມຕ້ອງການນໍາໃຊ້ພະນັກ ງານ ແລະ ສະພາບຕົວຈິງຂອງແຕ່ລະເປົ້າໝາຍວ່າມີຄວາມຈໍາເປັນຕ້ອງກໍ່ສ້າງ ແລະ ບໍາລຸງດ້ານໃດຈຶ່ງວາງ
ແຜນກໍ່ສ້າງ ແລະ ບໍາລຸງພະນັກງານຕາມຈຸດສຸມ ແລະ ເປັນເຈົ້າການບໍ່ໃຫ້ຖ້າແຕ່ທຶນສູນກາງສົ່ງໃຫ້, ບັນຫາສຳຄັນໜຶ່ງ ຄະນະຈັດຕັ້ງສູນກາງພັກຕ້ອງປະສານສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນການເມືອງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄ້ວາເອົາຫລັກ ສູດການຮຽນທິດສະດີການເມືອງເຂົ້າສິດສອນໃນສະຖາບັນສຶກສາຊັ້ນສູງນັບທັງພາກລັດ ແລະ ພາກເອກະຊົນ ເຮັດໃຫ້ນັກຮຽນ, ນັກສຶກສາມີພື້ນຖານຄວາມຮູ້ກ່ຽວກັບທິດສະດີການເມືອງ-ການປົກຄອງໂດຍບໍ່ເຈາະຈົງແຕ່ພະນັກງານນໍາພາ-ຄຸ້ມຄອງ; ຈັດວາງຊັບຊ້ອນໂດຍລວມພະນັກງານນໍາພາຄຸ້ມຄອງແຕ່ລະຂັ້ນແມ່ນຈັດໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໄປຕາມແຜນຈັດວາງສັບຊ້ອນຂອງຂັ້ນເທິງ, ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນໃຫ້ທົ່ວເຖິງ ແລະ ມີຄວາມເປັນທໍາ, ຄົ້ນຄວ້າຄັດເລືອກຜົນງານປະຈໍາປີໃຫ້ຕິດພັນກັບການຕີລາຄາແບ່ງປະເພດພະນັກງານ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ, ກວດກາ, ເກັບກໍາບັນຊີພະນັກງານປະຕິວັດອາວຸໂສຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ເພື່ອຊຸກຍູ້ການປະຕິບັດນະໂຍບາຍໃຫ້ທົ່ວເຖິງ, ພ້ອມກັນນັ້ນ ໃຫ້ເອົາໃຈໃສ່ຊຸກຍູ້ຕິດຕາມການເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກ ພາຍຫລັງທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກແລ້ວ, ພ້ອມທັງສຸມໃສ່ການກະກຽມດໍາເນີນກອງປະຊຸມຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ X ໃຫ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກ ງານຂອງທ້ອງຖິ່ນ, ຂະແໜງການຂອງຕົນ, ສໍາຄັນຄະນະຈັດຕັ້ງແຂວງ-ນະຄອນຫລວງ, ກົມຈັດຕັ້ງພະນັກງານ-ອົງການ ຕ້ອງເປັນເຈົ້າການຊ່ວຍຄະນະພັກໃນການສະຫລຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານບົນພື້ນຖານສະພາບຄວາມເປັນຈິງຂອງທ້ອງຖິ່ນ, ຂະແໜງການ  ເພື່ອໃຫ້ເຫັນໄດ້ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ຊອກຫາສາເຫດເພື່ອກໍານົດວິທີການ, ມາດຕະການແກ້ໄຂໃຫ້ຖືກຈຸດ, ຕ້ອງຢຶດໝັ້ນຫລັກການພັກກໍາອໍານາດ, ກໍາແໜ້ນ ແລະ ຄຸ້ມຄອງພະນັກງານໃຫ້ດີ, ສຸມໃສ່ການປະເມີນ ແລະ ຂຶ້ນແຜນກໍານົດພະນັກງານຢູ່ພາຍໃນອົງຄະນະພັກ, ນັບທັງພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານຂັ້ນບ້ານຂຶ້ນມາ, ສືບຕໍ່ປັບປຸງກໍ່ສ້າງຮາກຖານພັກໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ ເປັນຕົ້ນແມ່ນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານເປັນແກນນໍາໃນລະບົບການເມືອງຢູ່ຮາກຖານໃນລະບອບປະຊາທິປະໄຕປະຊາຊົນ, ເປັນແກນນໍາຫລັກແຫ່ລງໃນການກໍ່ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ຕ້ອງສ້າງໃຫ້ໄດ້ບຸກຄະລາກອນທີ່ມີມາດຖານເຂື່ອນໄຂທີ່ຈະບັນຈຸສັບຊ້ອນຈັດວາງເປັນກໍາມະການພັກແຕ່ລະຂັ້ນ, ສູ້ຊົນໃຫ້ມີຜູ້ດີເດັ່ນໃນຂະບວນການຕົວຈິງໄດ້ຮັບຄວາມໄວ້ວາງໃຈຈາກພະນັກງານ-ສະມາຊິກພັກ ແລະ ປະຊາຊົນສາມາດອອກຮັບສະໝັກຮັບເລືອກຕັ້ງເປັນອໍານາດການປົກຄອງໄດ້, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ໄປຕາມແຜນການ. ໂຄງການທີ່ວາງອອກໃຫ້ລະອຽດ ແລະ ດໍາເນີນໄປຕາມແຜນດໍາເນີນງານ, ປັບປຸງຂໍ້ມູນສະຖິຕິພັກໃຫ້ມີຄວາມຊັດເຈນ, ຖືກຕ້ອງ, ພ້ອມທັງກໍາແໜ້ນປະຫວັດຕົ້ນກໍາເນີດ, ກໍາແໜ້ນປະຫວັດການເຄື່ອນໄຫວຂອງແຕ່ລະສະຫາຍຢ່າງລະອຽດ.

No comments:

Post a Comment