Ad

Ad

7 December 2016

ນາຍົກລັດຖະມົນຕີ ຢ້ຽມຢາມ ບໍລິສັດ ຫົວ​ເຫວີຍ ທີ່​ປັກ​ກິ່ງ

    ​ໃນໂອກາດທີ່ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະເຄື່ອນໄຫວແລະເຮັດວຽກທີ່ ສປ ຈີນ ຢ່າງເປັນທາງການ ວັນທີ 1 ທັນວາ 2016 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ບໍລິສັດ ຫົວເຫວີຍ ຢູ່ນະຄອນຫວງປັກກິ່ງ ປະເທດຈີນ.
     ​ໃນໄລຍະການພົບປະແລະ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ທ່ານຍັງໄດ້ໂອ້ລົມກັບພະນັກງານຫົວເຫວີຍປະຈຳລາວໂດຍຜ່ານການປະຊຸມວີດີໂອທາງ​​ໄກ
(Video Conference). ພ້ອມກັນນັ້ນເພິ່ນຍັງໄດ້ພົບປະໂອ້ລົມກັບນັກສຶກສາ Seeds for the future ​ເຊິ່ງແມ່ນການອຸປະຖຳໂດຍບໍລິສັດຫົວເຫວີຍທີ່ກຳລັງທັດສະນະສຶກສາຢູ່ນະຄອນຫລວງປັກກິ່ງ.
     ​ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງທີ່ບໍລິສັດຫົວເຫວີຍໄດ້ໃຫ້ການສະໜັບສະໜູນທາງດ້ານໄອຊີທີແກ່ ສປປ ລາວແລະໄດ້ຍ້ອງຍໍຊົມເຊີຍບໍລິສັດ ຫົວເຫວີຍ ທີ່ໄດ້ໃຫ້ການຊ່ວຍເຫລືອສັງຄົມແລະ ການລົງທຶນຢູ່ປະເທດລາວຢ່າງຕໍ່ເນື່ອງ.

No comments:

Post a Comment