Ad

Ad

8 December 2016

ບໍລິສັດໄຮເທັກລາວ-ໄທ ມອບເຄື່ອງຕ້ານໄພໜາວໃຫ້ປະຊາຊົນເຂດຫ່າງໄກ


         ໃນວັນທີ 7 ທັນວານີ້, ບໍລິສັດໄຮເທັກລາວ-ໄທ ໄດ້ນຳເອົາເຄື່ອງກັນໜາວ ແລະ ອຸປະກອນການຮຽນມາມອບໃຫ້ມູນນິທິສົ່ງເສີມການສຶກສາ, ໂດຍ ທ່ານ ຈຳລອງ ເຈນທະນະກິດ ຕາງໜ້າ ບໍລິສັດດັ່ງກ່າວ ເປັນຜູ້ມອບ ແລະ ຮັບໂດຍ ທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກສາ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
          ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຜ້າຮົມ 1.500 ຜືນ, ໂສ້ງ  1.000 ຜືນ, ເສື້ອ 600 ຜືນ,
ໂສ້ງຍິງ-ຊາຍ 4.600 ຜືນ, ເສື້ອແຂນຍາວເດັກນ້ອຍ 500 ຜືນ,   ແລະ ອຸປະກອນການຮຽນ ອີກຈຳນວນໜຶ່ງ ລວມມີມູນຄ່າທັງໝົດ 60 ລ້ານກວ່າກີບ.

          ທ່ານ ສົມພຽນ ໄຊຍະເດດ ກ່າວວ່າ: ເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ມູນນິທິສົ່ງເສີມການສຶກສາຈະນຳໄປມອບຕໍ່ໃຫ້ປະຊາຊົນ ແລະ ນັກຮຽນ ທີ່ຢູ່ເຂດຫ່າງໄກສອກຫລີກ ໃນ 5 ເມືອງ ອ້ອມຂ້າງນະ ຄອນຫລວງວຽງຈັນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ຢ່າງທົ່ວເຖິງ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ບໍລິສັດໄຮເທັກລາວ-ໄທ ທີ່ເຫັນໄດ້ຄວາມສຳຄັນຂອງການປະກອບສ່ວນຊ່ວຍເຫລືອສັງຄົມໃນດ້ານດັ່ງກ່າວອີກດ້ວຍ.

No comments:

Post a Comment