Ad

Ad

8 December 2016

ລົດບັນທຸກຕຳລົດຈັກນັກທ່ອງທ່ຽວຊາວອາເມລິກາເສຍຊີວິດ 2 ຄົນ

          ເຈົ້າໜ້າທີ່ ຈະລາຈອນ ເມືອງມະຫາໄຊ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເວລາປະມານ 10:17 ໂມງຂອງວັນທີ 6 ທັນວາຜ່ານມານີ້, ຢູ່ເສັ້ນທາງ 12A, ເຂດບ້ານນາຄຳ, ເມືອງມະຫາໄຊ ແຂວງຄຳມ່ວນ, ໄດ້ມີລົດບັນທຸກຕູ້ຄອນເທັນເນີ້ ປ້າຍທະບຽນ 17C 07554 ຫວຽດ ນາມ, ຂັບຂີ່ໂດຍທ້າວ ບຸຍ ຊາດ້ວນ ອາຍຸ 43 ປີ (ສັນຊາດຫວຽດ ນາມ), ຢູ່ບ້ານກລີນຈາງ, ເມືອງກລີນພູ ແຂວງທາຍບິງ ສສ ຫວຽດນາມ ແລ່ນມຸ້ງໜ້າມາແຕ່ຊາຍແດນ
ລາວ-ຫວຽດ ນາມ ຈຸດປະສົງຈະເຂົ້າໄປໃນເມືອງທ່າແຂກ ເພື່ອໄປຮັບເອົາສິນຄ້າ ພໍມາຮອດຈຸດເກີດເຫດໄດ້ໄປຕຳກັບລົດຈັກເວບ ປ້າຍທະບຽນ 3404 ຄຳມ່ວນ ຂັບຂີ່ໂດຍທ້າວ ໂຈເຊັບແຟັງ ອາຍຸ 29 ປີ ແລະ ນາງ ແມັກ ແຄນຊີແຄ ອາຍຸ 24 ປີ ທັງສອງເປັນຄົນອາເມລິກາ ເສຍຊີວິດຄາທີ່. ປັດຈຸບັນສົບຜູ້ເສຍຊີວິດແມ່ນເກັບໄວ້ຢູ່ໂຮງໝໍແຂວງຄຳມ່ວນ ເພື່ອລໍຖ້າກົງສູນອາເມລິກາ ປະຈຳລາວ ໄດ້ຕິດຕໍ່ພົວພັນຫາຍາດພີ່ນ້ອງມາເອົາສົບຂອງພວກກ່ຽວໄປທຳພິທີທາງສາດສະໜາຕໍ່ໄປ. ສ່ວນຄົນຂັບລົດບັນທຸກ ເຈົ້າໜ້າທີ່ໄດ້ກັກຕົວໄວ້ເພື່ອດຳເນີນຄະດີຕາມກົດໝາຍ.

No comments:

Post a Comment