Ad

Ad

8 December 2016

ເກີດໄຟໄໝ້ລົດບັນທຸກນ້ຳມັນ 2 ຄັນຢູ່ທ່າແຂກໂຊກດີບໍ່ມີຄົນເສຍຊີວິດ


 , ໄດ້ເກີດເພີງໄໝ້ລົດບັນທຸກນ້ຳມັນແອັດຊັງ 2 ຄັນ ຢ່າງຮຸນແຮງ ໃນປ້ໍານ້ຳມັນແຫ່ງໜຶ່ງ ຢູ່ບ້ານໂພນສູງ, ເມືອງທ່າແຂກ ແຂວງຄຳມ່ວນ, ຂະນະທີ່ປ່ຽນຖ່າຍນ້ຳມັນຈາກລົດຄັນໜຶ່ງໃສ່ອີກຄັນໜຶ່ງ, ສົ່ງຜົນໃຫ້ກຳມະກອນປ້ຳຈຳນວນ 2 ຄົນໄດ້ຮັບບາດເຈັບສົມ ຄວນ, ລົດບັນທຸກນ້ຳມັນດັ່ງກ່າວ ເປັນຂອງບໍລິສັດ ນ້ຳມັນເຊື້ອໄຟເອເຊຍ ທີ່ບັນທຸກນ້ຳມັນແອັດຊັງຈຳນວນ 16 ພັນລິດ ເພື່ອໄປສົ່ງໃຫ້ປ້ຳສາຂາໃນທົ່ວປະເທດ.
      ທ່ານຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເວລາປະມານ 12:40 ໂມງຂອງວັນທີ 6 ທັນວາຜ່ານມານີ້


          ຂ່າວໃຫ້ຮູ້ອີກວ່າ: ຕອນບ່າຍຂອງວັນດຽວກັນ, ຢູ່ເຂດເມືອງໄກສອນ ແຂວງສະຫວັນນະເຂດ, ໄດ້ເກີດເຫດໄຟລຸກໄໝ້ລົດໂດຍສານ ໝາຍເລກທະບຽນ ບກ 1331 ຄຳມ່ວນ ເສຍຫາຍໝົດຄັນ, ແຕ່ໂຊກດີບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ. ສ່ວນສາເຫດເຈົ້າໜ້າທີ່ພວມສືບສວນ-ສອບສວນ.

No comments:

Post a Comment