Ad

Ad

8 December 2016

ການນໍາຂັ້ນສູງຂອງລາວສໍາເລັດການເຂົ້າຮ່ວມໄວ້ອາໄລ ຂອງສະຫາຍ ຟີເເດນກາສໂຕຼຣຸດສ

          ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ, ພ້ອມຄະນະໄດ້ເດີນທາງໄປຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ຟີເເດນກາສໂຕຼຣຸດສ ແຕ່ວັນທີ 30 ພະຈິກ 2016 ຢູ່ ເມືອງແຊນເຕນໂກ ເດກູບາ (Santiago de Cuba) ສ.ກູບາ ເຊິ່ງເປັນຖິ່ນກໍາເນີດນັກປະຕິວັດຕໍ່ສູ້ເພື່ອປົດປ່ອຍປະເທດໃນເດືອນ ມັງກອນ 1959 ແລະ ໄດ້ສະຖາປະນາເປັນສາທາລະນະລັດ ກູບາ ມາເຖິງປັດຈຸບັນ ແລະ ຄະນະຜູ້ແທນໄດ້ກັບຄືນເຖິງນະຄອນຫລວງວຽງຈັນດ້ວຍຄວາມສະຫວັດດີພາບໃນວັນທີ 7 ທັນວານີ້.

          ໂດຍໄດ້ຮັບການມອບຫມາຍຈາກພັກ-ລັດຖະບານລາວ, ຄະນະຜູ້ແທນຂັ້ນສູງດັ່ງກ່າວໄດ້ນໍາເອົາຄວາມໂສກເສົ້າເສຍດາຍຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍຄືພັກ-ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ຕໍ່ການສູນເສຍ ສະຫາຍ ຟີເເດນກາສໂຕຼຣຸດສ ຜູ້ນໍາການປະຕິວັດທີ່ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ກູບາ ອ້າຍນ້ອງ ທັງເປັນເພື່ອນມິດສະຫາຍຮ່ວມອຸດົມການຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ໄປເຖິງການນໍາພັກ-ລັດຖະບານ ແລະ ປະຊາຊົນ ສ.ກູບາ ອ້າຍນ້ອງ.
          ການເດີນທາງໄປ ສ.ກູບາ ຄັ້ງນີ້ ສະຫາຍ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນໄດ້ຖືກຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບຈາກການນໍາ ສ.ກູບາ.

          ໃນໂອກາດດັ່ງກ່າວ, ຄະນະຜູ້ແທນລາວ ໄດ້ພົບປະສະຫາຍ ຊານວາດໍຣ ບານເດສ ເມຊາ (Salvador Valdés Mesa), ກໍາມະການກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງລັດ ແຫ່ງ ສ.ກູບາ ທີ່ນະຄອນລາຮາວານ ສ.ກູບາ, ໂດຍສອງຝ່າຍ ນອກຈາກ ໄດ້ສະແດງຄວາມໂສກເສົ້າເສຍດາຍຕໍ່ການມໍລະນະກໍາຂອງສະຫາຍ ຟີເເດນກາສໂຕຼຣຸດສແລ້ວ ກໍ ຍັງໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບພາຍໃນປະເທດຕົນ ໃຫ້ກັນຊາບ ພ້ອມທັງໄດ້ທົບທວນຄືນການພົວພັນລະຫວ່າງ ສປປ ລາວ ແລະ ສ.ກູບາ ເຊິ່ງແມ່ນປະ ເທດເພື່ອນມິດຍຸດທະສາດທີ່ມີມູນເຊື້ອການພົວພັນ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນເປັນຢ່າງດີຕະຫລອດໄລຍະຜ່ານມາ ນັບແຕ່ສະໄຫມຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນບົນພື້ນຖານອຸດົມການສ້າງສັງຄົມນິຍົມ ພ້ອມດຽວກັນນີ້ ສອງຝ່າຍຈະສືບຕໍ່ຮັດແຫນ້ນສາຍພົວພັນໃຫ້ເຂົ້າສູ້ລ່ວງເລິກດ້ວຍການຮ່ວມມື,ຊ່ວຍ ເຫລືອກັນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃນຂະແຫນ່ງການທີ່ສອງຝ່າຍມີທ່າແຮງເປັນຕົ້ນ: ດ້ານສາທາລະນະສຸກ, ການສຶກສາ-ກິລາ ແລະ ສະຫນັບສະຫນູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ.

No comments:

Post a Comment