Ad

Ad

8 December 2016

ສວນສາທາລະນະເຈົ້າອານຸວົງຍັງບໍ່ປອດຄວັນຢາສູບ


         ພາຍຫຼັງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກໄດ້ກຳນົດເອົາຂອບເຂດສ່ວນສາທາລະເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນເປັນເຂດປອດຄັວນຢາສູບແຕ່ກາງປີ 2015 ເປັນຕົ້ນມາ, ເພື່ອສ້າງຈິດສຳນຶກໃຫ້ສັງຄົມຮັບຮູ້ວ່າສ່ວນແຫ່ງນີ້ເປັນເຂດປອດຄັວນຢາສູບ, ທັງເປັນການປັບປ່ຽນພຶດຕິກຳຂອງຜູ້ທີ່ສູບຢາບໍ່ໃຫ້ສູບຢູ່ບໍລິເວນດັ່ງກ່າວ, ທັງນີ້ກໍເພື່ອຮັບປະກັນໃຫ້ແຂກທີ່ມາທຽວຊົມ ແລະ ມວນຊົນທີ່ມາອອກກຳລັງກາຍຢູ່ບໍລິເວນດັ່ງກ່າວປອດຄວັນຢາສູບ, ເນື່ອງຈາກການສູບຢາ ຫຼື ໄດ້ຮັບຄວັນຢາສູບແມ່ນເປັນອັນຕະລາຍຕໍ່ສຸຂະພາບ ແລະ ພາໃຫ້ເກີດພະຍາດຮ້າຍແຮງຫຼາຍຊະນິດທັງຜູ້ສູບ ແລະ ຜູ້ຢູ່ໃກ້, ໂດຍສະເພາະຍິງທີ່ກຳລັງຖືພາ ແລະ ເດັກນ້ອຍ. ເຖິງຢ່າງໃດກໍຕາມສັງເກດເຫັນວ່າການສ້າງສວນແຫ່ງນີ້ເປັນເຂດປອດຄັວນຢາສູບນັ້ນຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຍ້ອນຂາດການກວດກາ, ຄຸ້ມຄອງ, ຊຶ່ງມີພຽງປ້າຍໂຄສະນາ ແລະ ປ້າຍຫ້າມສູບຢາໃນບາງຈຸດເທົ່ານັ້ນ, ຈຶ່ງເຮັດໃຫ້ຜູ້ທີ່ສູບຢາເປັນຈຳນວນບໍ່ໜ້ອຍບໍ່ສົນໃຈ ແລະ ປະຕິບັດຕາມ, ໂດຍສະ ເພາະໃນຍາມຄໍ່າຄືນແມ່ນມີໄວລຸ້ນຈຳນວນບໍ່ໜ້ອຍພາກັນມານັ່ງເປັນກຸ່ມກັນພ້ອມທັງສູບຢາປ່ອຍຄວັນ ກຸ້ມໄປທົ່ວບໍລິເວນ, ໂດຍບໍ່ສົນວ່າຈະສົ່ງຜົນກະທົບທີ່ບໍ່ດີຕໍ່ສຸຂະພາບຂອງຄົນອື່ນ. ດັ່ງນັ້ນເພື່ອເຮັດໃຫ້ສ່ວນແຫ່ງນີ້ເປັນເຂດປອດຄັວນຢາສູບຢ່າງແທ້ຈິງເຫັນວ່າທຸກຄົນຕ້ອງມີສ່ວນຮ່ວມ ແລະ ພ້ອມກັນປະຕິບັດມາດຕະການຕ່າງໆທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄວບຄຸມຢາສູບ, ໂດຍສະເພາະການສ້າງສິ່ງແວດລ້ອມໃຫ້ປອດຄວັນຢາສູບ, ການສ້າງສວນສາທາລະນະປອດຄັວນຢາສູບ,ພ້ອມດຽວກັນພາກສ່ວນກ່ຽວຂ້ອງກໍຄວນມີໜ່ວຍງານຕິດຕາມກວດກາ ແລະ ກ່າວເຕືອນເມື່ອພົບເຫັນຜູ້ທີ່ສູບຢາຢູ່ໃນບໍລິເວນສວນສາທາລະນະ ແລະ ເຂດຫ້າມສູບຢາຕ່າງໆ, ຈຶ່ງຈະສາມາດເຮັດໃຫ້ສັງຄົມມີສະພາບແວດລ້ອມທີ່ດີຂື້ນເທື່ອລະກ້າວ. ນອກຈາກນີ້ຂໍ້ມູນຈາກອົງການອະນາໄມໂລກ ໃຫ້ຮູ້ວ່າ: ຄົນລາວຕາຍຍ້ອນພະຍາດທີ່ເກີດຈາກຄວັນຢາສູບປະມານ 4.807 ຄົນຕໍ່ປີ ຫລື ສະເລ່ຍແມ່ນ 13 ຄົນຕໍ່ມື້.

No comments:

Post a Comment