Ad

Ad

18 July 2014

ອຸຕຸເດືອນໄພພະຍຸ



     ອຸຕຸນິຍົມແຈ້ງວ່າ: ພະຍຸໄຕ້ ຝຸ່ນ ຣາມມະສູນ RAMMA SUN ຫົວທີ 9 ໄດ້ເຄື່ອນທີ່ໄປທາງທິດຕາເວັນຕົກ- ຕາເວັນ ຕົກສຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າ ໃນຕອນຄ່ຳຂອງວັນທີ 19 ກໍລະກົດ 2014 ຈະເຄື່ອນທີ່ ເຂົ້າຝັ່ງທະເລທາງຕອນເໜືອຂອງປະເທດຫວຽດນາມ, ວົງລັດສະໝີຂອງພະຍຸຈະກວມເອົາບັນດາແຂວງພາກເໜືອຫາພາກ ກາງຂອງລາວຊຶ່ງນັບແຕ່ວັນທີ 18-22 ກໍລະກົດ 2014 ຈະມີຝົນຕົກຟ້າຄະນອງ, ຝົນຕົກໃນລະດັບປານກາງຫາຕົກໜັກ, ລົມ ແຮງຢູ່ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ ແລະ ບັນດາແຂວງພາກເໜືອ, ນັບທັງ ນະຄອນຫລວງວຽງຈັນ.
     ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ, ການຄົມມະນາຄົມທາງບົກ ແລະ ທາງອາກາດພ້ອມທັງ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາເຂດແຂວງພາກເໜືອຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມແຮງຊຶ່ງຈະເຮັດໃຫ້ ລະດັບນ້ຳສາຂາສູງຂຶ້ນພ້ອມມີດິນເຈື່ອນດັ່ງນັ້ນ, ຮຽກຮ້ອງໃຫ້ກຽມພ້ອມມ້ຽນມັດວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ ປອດໄພ. ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments:

Post a Comment