Ad

Ad

24 May 2016

ສໍາເລັດຊຸດອົບຮົມຄຸ້ມຄອງມະຫາພາກດ້ານນະໂຍບາຍເງິນຕາ

ການຝຶກອົບຮົມວຽກງານການຄຸ້ມຄອງມະຫາພາກດ້ານນະໂຍບາຍເງິນຕາໃຫ້ແກ່ບັນດາພະນັກງານພາກລັດ ແລະ ພາກທຸລະກິດອ້ອມຂ້າງສູນກາງໄດ້ຈັດຂຶ້ນໃນວັນທີ 20-21 ພຶດສະພານີ້ ທີ່ສະຖາບັນການທະນາຄານ   ໂດຍການໃຫ້ກຽດເປັນວິທະຍາກອນຂອງທ່ານ   ເດດພູວັງ ມູລຣັຕນ໌, ອະດີດປະທານຄະນະ, ຫົວໜ້າໃຫຍ່ຜູ້ບໍລິຫານ ຕະຫຼາດຫຼັກຊັບລາວ ທັງນີ້ກໍເພື່ອເຮັດໃຫ້ບັນດານັກຝຶກອົບຮົມກໍາແໜ້ນ ແລະຮັບຮູ້ວັດຖຸປະສົງຕ່າງໆຂອງທະນາຄານກາງຍຸກໃໝ່ ໂດຍສະເພາະ  ແຜນດໍາເນີນນະໂຍບາຍເງິນຕາຂອງທະນາຄານກາງ.
ການຝຶກອົບຮົມໃນຄັ້ງນີ້ ປະກອບຫຼາຍບັນຫາທີ່ມີຄວາມຈໍາເປັນສໍາລັບນັກບໍລິຫານ, ນັກເສດຖະສາດ ແລະນັກວິ ຊາການ ໃນນີ້ມີຫຼັກການຕ່າງໆແຫ່ງການສ້າງເງິນ, ຖານເງິນ, ທະນາຄານກາງ ແລະເຄື່ອງມືທາງດ້ານນະໂຍບາຍເງິນຕາ ໂດຍສະເພະບັນຫາການສ້າງເງິນມີສາມອົງການທີ່ເປັນປັດໃຈ
ສ້າງເງິນ ໃນນັ້ນມີທະນາຄານກາ ງດໍາເນີນການທາງດ້ານນະໂຍບາຍເງິນຕາ, ບັນດາສະຖາບັນເງິນຝາກ/ທະນາຄານທຸລະກິດ ແມ່ນຮັບຝາກເງິນ-ປ່ອຍກູ້ ແລະສາທາລະນະລວມມີປະຊາຊົນ ແລະຫົວໜ່ວຍທຸລະກິດເປັນຜູ້ຖືຄອງເງິນທັງປະເພດໃບເງິນ ແລະຫຼຽນກະສາບ ( Join ) ແລະຖືກຖືຄືດັ່ງເປັນສະຖາບັນຝາກເງິນ.
ທ່ານ ເດດພູວັງ ມູລຣັຕນ໌  ສະເໜີວ່າ : ບົດບາດທະນາຄານກາງເປັນທະນາຄານຂອງລັດ ຖະບານ ແມ່ນບໍລິຫານການເງິນຕ່າງໆຂອງລັດຖະບານ ຜ່ານອັດຕາດອກເບ້ຍຕ່າງໆ, ຄຸ້ມຄອງວ່າດ້ວຍການນໍາໃຊ້ເງິນໃຫ້ເກີດປະໂຫຍດສູງສຸດ, ຈັດຫາສິນເຊື່ອຢ່າງມີປະສິດທິພາບ ແລະວັດຖຸປະສົງຂອງທະນາຄານກາງຍຸກ ໃໝ່ປະກອບດ້ວຍ 5 ບັນຫາ ໃນນີ້ນະໂຍບາຍເງິນຕາເປັນສ່ວນໜຶ່ງທີ່ມີຄວາມສໍາຫຼາຍ ເຊິ່ງກ່ຽວຂ້ອງກັບອັດຕາເງິນເຟີ້ ແລະມີສະຖຽນລະພາບ, ອັດຕາຂະຫຍາຍຕົວຂອງເສດຖະກິດສູງ ແລະໝັ້ນຄົງ, ລະບົບຕະຫຼາດເງິນ ມີຄວາມໝັ້ນຄົງ, ອັດຕາແລກ ປ່ຽນເຄ່ື່ອນເໜັງຢ່າງມີສະຖຽນລະພາບ ແລະດອກເບ້ຍເໜັງຕີງຢ່າງໝັ້ນທ່ຽງ, ສໍາລັບການເປັນທະນາຄານຂອງບັນດາທະນາ ຄານທຸລະກິດ ກໍຄືການໃຫ້ກູ້ໃນນາມແຫຼ່ງທຶນສຸດທ້າຍ ເພື່ອສ້າງ ຫຼື ຟື້ນ ຄືນສະພາບຄ່ອງ; ການເຮັດຊໍາລະ ລະຫວ່າງບັນດາທະ ນາຄານ; ສອດສ່ອງດູແລບັນດາສະຖາບັນຮັບງິນຝາກໃນນັ້ນ ລວມທັງບັນດາທະນາຄານເພື່ອຮັບປະກັນຄວາມໝັ້ນຄົງ.
ທ່ານ ເດດພູວັງ  ກ່າວວ່າ : ພາລະບົດບາດ, ຂອບເຂດສິດ ແລະໜ້າທີ່ຂອງທະນາຄານກາງຍຸກໃໝ່ຂອງ ສປປ ລາວ ໂດຍສະພາະບັນດາກົມທີ່ມີສິດ ແລະໜ້າທີ່ຕົ້ນຕໍກ່ຽວການຄຸ້ມຄອງນະໂຍ ບາຍມະຫາພາກ ແລະ ຄຸ້ມຄອງດູແລບັນ ດາທະນາຄານທຸລະກິດ ແລະສະຖາບັນການເງິນໂດຍກົງ ເຊິິ່ງມີກົມນະໂຍບາຍເງິນຕາ, ກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງສະຖາບັນການເງິນ, ກົມບັນຊີ-ການເງິນ ແລະກົມບໍລິການ, ນອກນັ້ນ ກໍມີບັນດາກົມກອງສະໜັບສະໜູນຂອງທະນາ ຄານກາງຈໍານວນໜຶ່ງ ແລະຍັງຍົກໃຫ້ເຫັນບັນຫານະໂຍບາຍເງິນຕາມີ 3 ປະເພດຄື: ນະໂຍບາຍເງິນຕາແບບຄົງຕົວ; ນະໂຍບາຍເງິນຕາແບບຂະຫຍາຍຕົວ ແລະນະໂຍບາຍເງິນຕາແບບຮັດຕົວ/ຮັດກຸມແລະບັນຫາຄວາມຕ້ອງການເງິນລວມ, ອັດຕາດອກເບ້ຍ ຢູ່ທີ່ຈຸດສົມດູນ ແລະນະໂຍບາຍເງິນຕາ.

                                              # ຂ່າວ : ຣັດສະໝີ ດວງສັດຈະ

No comments:

Post a Comment