Ad

Ad

24 May 2016

ແຕ່ລະ​ປີ​ຢູ່​ລາວ​ມີ​ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ວໍ້​ 2 – 3 ຄົນ

          ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ປີ 2002 ​ເປັນຕົ້ນມາຢູ່ປະເທດເຮົາມີຄົນຖືກສັດທີ່ເປັນພາຫະນະກໍໃຫ້ເກີດພະຍາດວໍ້ກັດ ( ໝາ,​ ​ແມວ, ລີງ ) ຫຼາຍກວ່າ 1 ​ແສນຄົນ, ​ໂດຍສະເລ່ຍແຕ່ລະປີຈະມີຄົນຕິດພະຍາດວໍ້ແລະເສຍຊີວິດ 2 – 3 ກໍລະນີ້, ພະຍາດວໍ້ ເປັນພະຍາດບຸລິມະສິດໜຶ່ງທີ່ຢູ່ໃນແຜນຍຸດທະສາດ 2011-2015 ກ່ຽວກັບການຕິດເຊື້ອພາຍໃຕ້ການຮ່ວມມືຂອງກະຊວງສາທາ ລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ເນື່ອງຈາກພະຍາດດັ່ງກ່າວຖືເປັນພະຍາດທີ່ແຮງຮ້າຍຖ້າຫາກເປັນແລ້ວແມ່ນບໍ່ສາມາດປິ່ນປົວໄດ້​, ​ແຕ່ກົງກັນຂ້າມພະຍາດດັ່ງກ່າວແມ່ນສາມາດປ້ອງກັນດ້ວຍວັກແຊັງແລະເພື່ອສະກັດກັ້ນພະຍາດດັ່ງກ່າວໃນປີ
2016 ນີ້​, ກະຊວງສາທາລະນະສຸກແລະ ກະຊວງກະສິກຳແລະ ປ່າໄມ້ຈຶ່ງໄດ້ຈັດຕັ້ງປະຕິບັດໂຄງການສຸຂະພາບໜຶ້ງດຽວຂື້ນຢູ່ນະ ຄອນຫຼວງວຽງຈັນ,.ໂດຍການລວມເອົາສຸຂະພາບຂອງສັດແລະ ຄົນ​​ເຂົ້າກັນເປັນສຸຂະພາບໜຶ້ງດຽວ,​ຊຶ່ງມີເປົ້າໝາຍຈະສ້າງເຂດບ້ານສາມສ້າງ​​ເປັນເຂດປອດພະຍາດຫວໍ້ທີ່ມັກເກີດຢູ່ນຳໜາ,​ແມວແລະ ລິງ,ໂດຍໂຄງການຈະເລັ່ງໃສ່ໃຫ້ຄວາມຮູ້ແກ່ປະຊົນຊົນ, ຂຶ້ນທະບຽບສັດລ້ຽງ 3 ປະເພດດັ່ງກ່າວ, ພ້ອມກັບສັກຢາວັກແຊັງກັນພະຍາດວໍ້ໃຫ້ທົ່ວເຖິງ.

No comments:

Post a Comment