Ad

Ad

24 May 2016

ລາວ​ຈະ​ປັບປຸງ​ລະບົບ​ກົງ​ເຕີ​​ໄຟຟ້າແບບທັນ​ສະ​ໄໝ

ພິທີເຊັນສັນຍາການຮ່ວມມືໃນຂອບດຳເນີນທຸລະກິດໂທລະຄົມແລະ ກົງເຕີແບບເອເລັກໂຕຣນິກໃນ​​ທົ່ວປະເທດ,  ​ໄດ້ມີຂຶ້ນໃນວັນທີ 21 ພຶດສະພາຜ່ານມານີ້, ທີ່ໂຮງແຮມລາວ ພລາຊາ ນະ ຄອນຫລວງວຽງຈັນ, ລະຫວ່າງທ່ານ ສີສະຫວາດ ທິຣະວົງ ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ຄຳຄິດໄຊສົງຄາມ ອຳນວຍການໃຫຍ່ບໍລິສັດລັດສະກາໂທລະຄົມແລະ ທ່ານນາງ ກິ່ງໂພເງິນ ພູມມະສັກ ອຳນວຍການບໍລິສັດ ບີເອັສເຄ ລົງທຶນແລະ ການບໍລິການ​, ​ໂດຍມີທ່ານ ພົນໂທແສງນວນໄຊຍະລາດ ລັດຖະມົນຕີ​​ກະຊວງປ້ອງກັນຄວາມສະຫງົບແລະ ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະ ມົນຕີກະຊວງພະລັງງານແລະ ບໍ່ແຮ່ ເຂົ້າຮ່ວມເປັນສັກຂີພິຍານ.

ນັບແຕ່ທ້າຍປີ 2016 ​ເປັນຕົ້ນໄປ, ບັນຫາການຈົດນັບເລກກົງເຕີໄຟຟ້າ ບໍ່ກົງກັບໂຕເລກຈິງ, ຊຶ່ງສົ່ງຜົນໃຫ້ການເສຍຄ່າໄຟຟ້າ ບາງເດືອນສູງເກີນຄວາມ​​ເປັນຈິງ, ສ້າງຄວາມຫຍຸ້ງຍາກສັບສົນໃນການນຳໃຊ້ໄຟຟ້ານັ້ນອາດຈະໝົດໄປເມື່ອລັດວິສາຫະກິດໄຟຟ້າລາວ ຈັບມືກັບ ບໍລິສັດລັດສະກາໂທລະຄົມແລະ ບໍລິສັດ ບີເອັສເຄ ລົງທຶນແລະ ບໍລິການ, ກຽມຕິດຕັ້ງກົງເຕີໄຟຟ້າແບບເອເລັກໂຕຣນິກ, ​ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ມາຕິດຕັ້ງໃນສຳນັກງານ-ອົງການ ຕະຫລອດຮອດບ້ານເຮືອນປະຊາຊົນໂດຍຈະເລີ່ມທົດລອງຕິດຕັ້ງຢູ່ນະຄອນຫລວງວຽງຈັນໃນທ້າຍປີໜ້າ, ຫລັງຈາກນັ້ນ ຈຶ່ງຈະຂະຫຍາຍໄປບັນດາແຂວງຕ່າງໆໃນທົ່ວປະເທດ.

          ທ່ານອຳນວຍການໃຫຍ່ບໍລິສັດ ລັດສະກາໂທລະຄົມ ກ່າວວ່າ: ການຮ່ວມມືຄັ້ງນີ້ໄດ້ກາຍເປັນກຳລັງແຮງໃຫ້ແກ່ລັດວິສາຫະກິດໄຟຟ້າລາວການຕິດຕັ້ງກົງເຕີແບບເອເລັກໂຕຣນິກທີ່ທັນສະໄໝນີ້, ກໍເພື່ອເຮັດໃຫ້ການເກັບລາຍຮັບໃຫ້ດີຂຶ້ນ, ຫລີກເວັ້ນການຮົ່ວໄຫລ. ດັ່ງນັ້ນ ຈຶ່ງຈຳເປັນຕ້ອງມີລະບົບການສື່ສານທີ່ດີໂດຍສະເພາະແມ່ນລະບົບສາຍ​​​ໃຍແກ້ວ, ຊຶ່ງບໍລິສັດລັດສະກາ ມີຄວາມພ້ອມ​​ໃນການຂະຫຍາຍລະບົບດັ່ງກ່າວໃຫ້ສາມາດຄວບຄຸມທົ່ວປະເທດ, ຊຶ່ງກົງເຕີ​​ໄຟຟ້າແບບເອເລັກໂຕຣນິກທີ່ວ່ານີ້ແມ່ນການຕິດຕັ້ງລະບົບການສື່ສານໂດຍນຳໃຊ້ເຕັກໂນໂລຊີ ທັນສະໄໝເຂົ້າ​​ໃສ່, ຊຶ່ງອາດຈະໃຊ້ລະບົບບັດເຕີມເງິນ, ​ໂດຍບໍ່ຈຳເປັນຕ້ອງໃຊ້ຄົນໄປຈົດນັບກົງເຕີໄຟຟ້າຄືກັບປັດຈຸບັນ, ຊຶ່ງຄາດວ່າຈະເລີ່ມທົດລອງໃນທ້າຍປີ 2016 ​ເປັນຕົ້ນໄປ, ຊຶ່ງຫາກລະບົບດັ່ງກ່າວສາມາດຕອບສະໜອງໄດ້ດີ, ກົງເຕີໄຟຟ້າທີ່ໃຊ້ໃນປັດຈຸບັນຈະຖືກປ່ຽນຖ່າຍອອກເພື່ອນຳກົງເຕີແບບເອເລັກໂຕຣນິກ​​ໃໝ່ເຂົ້າແທນ.

No comments:

Post a Comment