Ad

Ad

17 November 2016

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປະກັນໄພເງິນຝາກ

          ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວ ຮ່ວມກັບປະກັນໄພເງິນຝາກຫວຽດ ນາມໄດ້ຈັດການຝຶກອົບຮົມວຽກງານປະກັນໄພເງິນຝາກ ໃນລະຫວ່າງວັນທີ 16-17 ພະຈິກນີ້ ທີ່ນະ ຄອນຫຼວງວຽງ, ເພື່ອເປັນນິມິດໝາຍອັນດີແຫ່ງການຮ່ວມມືຂົງເຂດວຽກງານປະກັນໄພເງິນຝາກໃນເງື່ອນໄຂການເຊື່ອມໂຍງເສດຖະກິດອາຊຽນ ກໍຄືການເຊື່ອມໂຍງຂະແໜງການເງິນ-ການທະນາຄານ.
  ຮອງຜູ້ອໍານວຍການ ປະກັນໄພເງິນຝາກຫວຽດນາມ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ພາຍຫຼັງທີ່ປະກັນໄພເງິນຝາກຫວຽດນາມ ແລະກອງທຶນປົກປ້ອງຜູ້ຝາກເງິນທະນາຄານແຫ່ງ ສປປ ລາວບັນລຸການເຊັນ
ບົດບັນທຶກຄວາມເຂົ້າໃຈລະຫວ່າງ 2 ຝ່າຍແລ້ວ ກໍໄດ້ມີການພົວພັນ ແລະຮ່ວມມືກັນຢ່າງຕັ້ງໜ້າ ໂດຍໄດ້ມີການປຶກສາຫາລື ແລກປ່ຽນບົດຮຽນ  ແລະ ປະສົບການຕ່າງໆນຳກັນຕະຫລອດມາ ໂດຍສະເພາະປະກັນໄພເງິນຝາກຫວຽດນາມ ໄດ້ໃຫ້ການສໍາມະນາ ແລະຝຶກອົບຮົມແກ່ກອງທຶນປົກປ້ອງຜູ້ຝາກເງິນ 20 ກ່ວາຄັ້ງ ແລະໃນບໍ່ດົນນີ້  ຄະນະກອງທຶນປົກປ້ອງຜູ້ຝາກເງິນ 2 ຄະນະໄປແລກປ່ຽນບົດຮຽນຕົວຈິງຢູ່ຫວຽດນາມ.
          ໃນຫົວຂໍ້ “ວຽກງານປະກັນໄພເງິນຝາກໂດຍມີການບໍລິຫານດ້ານການເງິນ, ການບໍລິຫານເບ້ຍປະກັນ  ແລະ ຂັ້ນຕອນການຈ່າຍຄືນເງິນຝາກເຊິ່ງເນັ້ນບັນຫາພື້ນຖານທາງດ້ານກົດໝາຍ; ຮູບແບບ ແລະ ວັດຖຸປະສົ່ງໃນການດຳເນີນງານ; ກົນໄກໃນການປົກປ້ອງຜູ້ຝາກເງິນ; ພາລະບົດບາດ; ການຈັດຕັ້ງ ແລະ ຂະໜາດຂອງການດຳເນີນງານ; ການຄຸ້ມຄອງ ແລະ ບໍລິຫານ; ສະມາຊິກປະກັນໄພເງິນຝາກ; ເງິນທຶນ ແລະ ທຶນຂອງປະກັນໄພເງິນຝາກ ແລະ ໝາກຜົນຂອງການດຳເນີນງານ.
            ຜູ້ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນ ໄດ້ເນັ້ນວ່າ: ວິກິດການທາງການເງິນໃນທົ່ວໂລກໄດ້ຜ່ານໄປ ເຫຼືອໄວ້ພຽງບົດຮຽນແລະປະສົບການຫຼາຍຢ່າງຊຶ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ແລກປ່ຽນບົດ ຮຽນ ແລະ ປະສົບການໃນວຽກງານປະກັນໄພເງິນຝາກກັບຫຼາຍໆປະເທດໃນທົ່ວໂລກ, ຂົງເຂດ ແລະພາກພື້ນ.
           ເຊ່ິງບົດຮຽນ ແລະ ປະສົບການອັນໃຫຍ່ຫຼວງທີ່ຖອດຖອນມາໄດ້ສາມາດນໍາໄປປັບປຸງລະບົບການເງິນ, ຮັກສາຄວາມປອດໄພໃນການເຄື່ອນໄຫວຂອງທະນາຄານ, ເສີມສ້າງຂອບນິຕິກໍາ ແລະ ຍົກສູງປະສິດທິຜົນຂອງອົງການຄຸ້ມຄອງ-ກວດກາເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນປະກອບສ່ວນຮັກສາສະຖຽນລະພາບລະບົບການເງິນ-ທະນາຄານພ້ອມທັງປັບປຸງອົງກອນຂອງຕົນໃຫ້ເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູລະບົບການເງິນ-ການທະນາຄານ ແລະກຽມຄວາມພ້ອມຮັບມືກັບວິກິດການທາງການເງິນທີ່ອາດຈະເກີດຂຶ້ນໃນອານາຄົດ.
          ຕະຫຼອດໄລຍະຜ່ານມາ, ກອງທຶນປົກປ້ອງຜູ້ຝາກເງິນສາມາດບັນລຸຜົນສໍາເລັດໃນຫຼາຍໂດຍໄດ້ຂະຫຍາຍສະມາຊິກເພີ່ມຂຶ້ນໃນແຕ່ລະໄລຍະຕາມການຂະຫຍາຍຕົວຂອງລະບົບທະນາຄານ; ປັດຈຸບັນ ກທປ ມີຈໍານວນສະມາຊິກທັງໝົດ 39 ທະນາຄານ ແລະ ໃນຕໍ່ໜ້າຈະໄດ້ມີການຂະຫຍາຍເອົາບັນດາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເຂົ້າເປັນສະມາຊິກ.

# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment