Ad

Ad

17 November 2016

ສຳ​ມະ​ນາ​ການ​ຕິດຕາມ​ນະ​ໂຍບາຍວິທະຍາສາດ ​ແລະ ນະ​ວັດຕະ​ກຳ

           ​ໃນວັນທີ 16 ພະຈິກນີ້, ຢູ່ໂຮງແຮມເມືອງແທງ ນະຄອນຫລວງວຽງຈັນ, ກະຊວງວິທະຍາສາດແລະເຕັກໂນໂລຊີແລະ ອົງການອຸຍແນໂກ (UNESCO) ປະຈຳລາວໄດ້ຈັດສຳມະນາຫົວຂໍ້ສ້າງຄວາມເຂົ້າໃຈກ່ຽວກັບໂຄງການຊຸກຍູ້ຜູ້ຕິດຕາມນະໂຍບາຍດ້ານວິທະຍາສາດ, ​ເຕັກໂນໂລຊີແລະ ນະວັດຕະກຳຂອງບັນດາປະເທດຕ່າງໆ” ​ໂດຍການເປັນປະທານຂອງທ່ານ ຫຸມ ພັນ ອິນທິລາດ ຮອງລັດຖະມົນຕີກະຊວງວິທະຍາ ສາດແລະເຕັກໂນໂລຊີ ທັງເປັນຮອງປະທານຄະນະກຳມະການແຫ່ງຊາດເພື່ອອຸຍແນໂກ, ມີທ່ານ ຣາມາຊາມີ ຈາຢາກູມາ (MR. Ramasamy Jayakumar) ຫົວໜ້າຂະແໜງວິທະຍາສາດທຳມະຊາດ ອົງການອຸຍແນໂກແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

          ຮອງລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ ກ່າວວ່າ: ການສຳມະນາຄັ້ງນີ້ແມ່ນມີຄວາມສຳຄັນຫລາຍເພາະວ່າອົງການອຸຍແນໂກໄດ້ເລືອກເອົາ ສປປ ລາວເປັນປະເທດທຳອິດໃນພາກພື້ນນີ້ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວເຊິ່ງຈະເປັນພື້ນຖານໃຫ້ແກ່ການກຳນົດນະໂຍບາຍ, ຍຸດທະສາດແລະແຜນພັດທະນາທັງໄລຍະສັ້ນແລະໄລຍະຍາວໂດຍສເພາະເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG 2030).

          ທ່ານຮອງລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີ ກ່າວວ່າ: ​ໃນໄລຍະຜ່ານມາ, ພັກແລະ ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ຂະແໜງວິທະຍາສາດແລະເຕັກໂນໂລຊີເຊິ່ງໄດ້ກຳນົດ​​ແຈ້ງໃນລັດຖະທຳມະນູນ, ກົດໝາຍແລະ ນະໂຍບາຍຕ່າງໆເພື່ອເຮັດໃຫ້ຂະແໜງວິທະຍາສາດ, ​ເຕັກໂນໂລຊີ, ນະວັດຕະກຳຊັບສິນທາງປັນຍາ, ມາດຕະຖານ, ວັດແທກແລະ ອື່ນໆໄດ້ມີການປັບປຸງດີຂຶ້ນເປັນກ້າວໆ. ​ແຕ່ຄຽງຄູ່ກັນນັ້ນ ກໍຍັງມີບາງດ້ານທີ່ເປັນສິ່ງທ້າທາຍເປັນຕົ້ນການຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍ, ລະບຽບກົດໝາຍ, ​ແຜນຍຸດທະສາດແລະ ບັນດາແຜນງານທີ່ຖືກຮັບຮອງເຂົ້າໃນວຽກງານຕົວຈິງຍັງເຮັດໄດ້ໜ້ອຍ ຍ້ອນຂາດການຕິດຕາມເກັບກຳແລະ ວິເຄາະຂໍ້ມູນທີ່ເປັນບູລິມະສິດດ້ານວິທະຍາສາດ, ​ເຕັກໂນໂລຊີແລະ ນະວັດຕະກຳບໍ່ທັນລະອຽດ. ດັ່ງນັ້ນ ວຽກງານຊຸກຍູ້ຕິດ ຕາມນະໂຍບາຍດ້ານດັ່ງກ່າວຈຶ່ງມີຄວາມຈຳເປັນເພື່ອເຮັດໃຫ້ວຽກງານວິທະຍາສາດແລະເຕັກໂນໂລຊີກາຍເປັນເຄື່ອງມືແລະ ພາຫະນະພັກດັນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ຢ່າງມີປະສິດທິຜົນ.

No comments:

Post a Comment