Ad

Ad

17 November 2016

ລາວ​ເລັ່ງນຳ​ໃຊ້​ເຄື່ອງມື​ຄຸ້ມ​ຄອງ​ລາຍ​ຮັບ​ທີ່​ມີ​ປະສິດທິ​ຜົນ

            ກະຊວງການເງິນໃຫ້ຮູ້ວ່າ: ພາຍຫລັງມີຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກຳແລະ ສຳຫລວດຖານລາຍຮັບງົບປະມານຄືນໃໝ່ໃນຂອບເຂດທົ່ວປະເທດ, ກະຊວງການເງິນຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອດຳເນີນການເກັບກຳຂໍ້ມູນໃຫ້ຄົບຖ້ວນ, ຊັດເຈນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆເຊັ່ນ: ກະຊວງແຜນການແລະ ການລົງທຶນ, ກະຊວງອຸດສາຫະກຳແລະ ການຄ້າເພື່ອແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃນການເກັບກຳຂໍ້ມູນນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນເພື່ອເກັບກຳຂໍ້ມູນຖານລາຍຮັບ​ ​ເປັນ ຕົ້ນຈຳນວນ, ທີ່ຕັ້ງແລະ ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດ, ​ແຍກໃຫ້ເຫັນລະບອບການເສຍອາກອນຂອງບັນດາ
ຫົວໜ່ວຍທຸລະກິດຕ່າງໆ, ພ້ອມທັງມີກົນໄກຕິດຕາມກວດກາຄວາມຖືກຕ້ອງຄົບຖ້ວນໃນການປະຕິບັດໜ້າທີ່ຢູ່ແຕ່ລະຂັ້ນ, ຖ້າເຫັນພື້ນທີ່ໃດບໍ່ຖືກຕ້ອງເຊັ່ນ: ຢູ່ນອກບັນຊີການຄຸ້ມຄອງ (ບໍ່ມີໃນບັນຊີສະຖິຕິ) ​ເກີດຂຶ້ນຢູ່ທ້ອງຖິ່ນໃດ, ທ້ອງຖິ່ນນັ້ນຕ້ອງຮັບຜິດຊອບໂດຍຈະຖືກດຳເນີນມາດຕະການແລະ ລົງໂທດທາງວິໄນຕາມລະບຽບກົດໝາຍ. ນອກຈາກນີ້ ກໍຈະສືບຕໍ່ຂະຫຍາຍລະບົບຄຸ້ມຄອງຖານຂໍ້ມູນອາກອນໃຫ້ກວມໃນທົ່ວປະເທດແລະ ສ້າງລະບົບຂໍ້ມູນຂ່າວສານສ່ວຍສາອາກອນຄົບຊຸດຮ່ວມກັບບໍລິສັດແອລຈີ (LG) .​ເກົາຫລີເພື່ອເປັນການຫັນໄປສູ່ທັນສະໄໝຢ່າງເປັນລະບົບເທື່ອລະກ້າວ. ສ່ວນການຂະຫຍາຍພື້ນຖານວິສາຫະກິດໃນລະບົບອາກອນມູນຄ່າໂດຍການນຳໃຊ້ລະບົບຄຸ້ມຄອງແບບເອເລັກໂຕຣນິກນັ້ນ, ຕາມລະບຽບກົດໝາຍແລ້ວ ຜູ້ດຳເນີນທຸລະກິດທີ່ມີເງື່ອນໄຂຄົບຖ້ວນເຊັ່ນ: ມີລາຍຮັບທຸລະກິດປະຈຳປີແຕ່ 400 ລ້ານກີບຂຶ້ນໄປ ຕ້ອງໄດ້ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມທັງໝົດ, ຖ້າຜູ້ໃດບໍ່ເຂົ້າ ຫລື ບໍ່ປະຕິບັດຕ້ອງໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດ. ​ແຕ່ແນວໃດກໍຕາມ, ກະຊວງການເງິນໂດຍສະເພາະຂະແໜງສ່ວຍສາ-ອາກອນແຕ່ລະຂັ້ນແມ່ນໄດ້ມີການປະເມີນລາຍຮັບຂອງບັນດາທຸລະກິດຢ່າງເປັນປະຈຳເພື່ອຊຸກຍູ້ຫົວໜ່ວຍທຸລະກິດທີ່ມີລາຍຮັບເຖິງເກນທີ່ຕ້ອງເຂົ້າໃນລະບົບໃຫ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ພ້ອມທັງດຳເນີນການໂຄສະນາເຜີຍແຜ່ຜ່ານສື່ຕ່າງໆເພື່ອໃຫ້ສັງຄົມໄດ້ຮັບຮູ້, ​ເຂົ້າໃຈແລະໄດ້ເຂົ້າຮ່ວມໃນການຈັດຕັ້ງປະຕິບັດລະບຽບກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມແລະ ປັດຈຸ ບັນແມ່ນເລີ່ມນຳໃຊ້ເຄື່ອງມືທັນສະໄໝຊ່ວຍໃນການຈັດເກັບອາກອນມູນຄ່າເພີ່ມຢູ່ຈຸດຂາຍເຊັ່ນ: ​ເຄື່ອງບັນທຶກການຂາຍເພື່ອເຊື່ອມຕໍ່ຂໍ້ມູນຢູ່ຈຸດຂາຍແລະເຊື່ອມຕໍ່ຖານຂໍ້ມູນຂອງວິສາຫະກິດຂະໜາດໃຫຍ່ແລະ ກຸ່ມທຸລະກິດທີ່ຖືບັນຊີເພື່ອເປັນພື້ນຖານຂໍ້ມູນໃຫ້ແກ່ການແຈ້ງມອບລາຍຮັບອາກອນມູນຄ່າເພີ່ມໃຫ້ຂະແໜງສ່ວຍສາອາກອນສາມາດຕິດຕາມ, ກວດກາແລະ ​​ໄລ່ລຽງໃຫ້ສອດຄ່ອງກັບລະບຽບກົດໝາຍກຳນົດ.

No comments:

Post a Comment