Ad

Ad

17 November 2016

ສະພາທາບທາມ​ຮ່າງ​ປະມວນກົດໝາຍອາຍາ

          ເຊົ້າວັນທີ 16 ພະຈິກນີ້, ທ່ານລັດຖະມົນຕີກະຊວງຍຸຕິທຳໄດ້ສະເໜີທາບທາມຮ່າງປະມວນກົດໝາຍອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ວ່າ: ກົດໝາຍດັ່ງກ່າວໄດ້ຖືກປຸບປຸງມາແລ້ວ 2 ຄັ້ງຄື: ປີ 2001 ​ແລະ 2005, ນອກນີ້ ຍັງໄດ້ປັບປຸງສະເພາະມາດ ຕາ 146 ຂອງກົດໝາຍດັ່ງກ່າວໃນປີ 2012 ກ່ຽວກັບຢາເສບຕິດ, ​ເຊິ່ງໂຄງປະກອບຂອງຮ່າງປະ ມວນກົດໝາຍອາຍາ ຍັງຮັກສາໂຄງປະກອບພາກທົ່ວໄປແລະ ພາກສະເພາະຂອງກົດໝາຍອາຍາສະບັບປັດຈຸບັນນັ້ນໄວ້, ຊຶ່ງມີຈຸດພິເສດແຕກຕ່າງຈາກໂຄງປະກອບຂອງຮ່າງກົດໝາຍທົ່ວໄປ, ​ໂດຍປະກອບມີ 2 ພາກໃຫຍ່ແລະ 1 ພາກນ້ອຍ, 23 ໝວດແລະ 420 ມາດຕາຄື: ພາກທີ 1 ພາກທົ່ວໄປ, ຊຶ່ງແມ່ນບົດບັນ ຍັດທີ່ກຳນົດໄວ້ໃນບັນດາຫລັກການແລະ
ລະບຽບການທົ່ວໄປຂອງກົດໝາຍອາຍາທີ່ມີ 11 ໝວດ, 109 ມາດຕາ, ພາກທີ 2 ພາກສະເພາະ, ຊຶ່ງແມ່ນພາກທີ່ກຳນົດການກະທຳອັນໃດເປັນການກະທຳຜິດທາງອາຍາ, ​ໃນພາກນີ້ມີ 12 ໝວດການກະທຳຜິດ, 309 ມາດ ຕາການກະທຳຜິດ, ​ໃນຈຳນວນ 309 ມາດຕາ (ການກະທຳຜິດ) ຊຶ່ງມີ 147 ການກະທຳຜິດໃໝ່ (ມາດຕາທີ່ເພີ່ມເຂົ້າໃໝ່ມີ 147 ມາດຕາ), ພາກທີ 3 ​ແມ່ນບົດບັນຍັດສຸດທ້າຍ ມີ 2 ມາດຕາຄື: ການຈັດຕັ້ງປະຕິບັດແລະ ຜົນສັກສິດຂອງປະມວນກົດໝາຍອາຍາ.

          ທ່ານ ​​ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ​​ໄດ້ສະເໜີວ່າ: ກົດໝາຍອາຍາ ນັບແຕ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 1989, ​ໂດຍສະເພາະ ພາຍຫລັງໄດ້ມີການປັບປຸງໃນປີ 2005 ຍັງມີບາງບັນຫາ, ບາງບົດບັນຍັດຂອງກົດໝາຍອາຍາ ທີ່ກຳນົດບໍ່ທັນລະອຽດ, ຄົບຖ້ວນ ບວກກັບສະພາບທາງດ້ານ​​ເສດຖະກິດແລະ ສັງຄົມຂອງປະເທດ, ​ໄດ້ມີການພັດທະນາເຕີບໃຫຍ່ຂະຫຍາຍຕົວຂຶ້ນ, ພ້ອມ ສປປ ລາວ ກໍໄດ້ເຂົ້າເປັນພາຄີສົນທິສັນຍາສາກົນ ຈຳນວນໜຶ່ງທີ່ພົວພັນກັບກົດໝາຍອາຍາເປັນຕົ້ນ ສົນທິສັນຍາກ່ຽວກັບສິດທິມະນຸດ, ສົນທິສັນຍາກ່ຽວກັບການຕ້ານການສໍ້ລາດບັງຫລວງ, ກ່ຽວກັບການຕ້ານການຟອກເງິນແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສົນທິສັນຍາກ່ຽວກັບການຕ້ານການຄ້າມະນຸດ, ພ້ອມກັບການສ້າງເປັນປະມວນກົດໝາຍອາຍານັ້ນ, ຊຶ່ງຈະເປັນປະ ມວນກົດໝາຍສະບັບທຳອິດຂອງລາວ ທີ່ມັນມີຄວາມຈຳເປັນຕ້ອງໄດ້ປັບປຸງບົດບັນຍັດຂອງກົດໝາຍສະບັບທີ່ນຳ​​ໃຊ້ໃນປັດຈຸບັນ ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ແຕ່ລະມາດຕາໃຫ້ລະອຽດຄົບຖ້ວນເພື່ອຜົນສັກສິດຂອງກົດໝາຍດັ່ງກ່າວ.

No comments:

Post a Comment