Ad

Ad

17 November 2016

ລາວວາງ 8 ນະ​ໂຍບາຍກະ​ຕຸ້ນ​ເສດຖະກິດ​ປີ 2017

           ທ່ານນາຍົກລັດຖະມົນຕີ ທອງລຸນສີສຸລິດໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ​ໃນປີ 2017 ນີ້, ລັດຖະ ບານຈະດໍາເນີນ​ 8 ນະໂຍບາຍເພື່ອກະຕຸ້ນເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ ຄື: (1) ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງໂດຍດໍາເນີນມາດຕະການການເງິນ-​ເງິນຕາໃຫ້ກົມກຽວເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ 7%, ພ້ອມທັງເພີ່ມທະວີເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານພາສີ-ອາກອນຢ່າງໃກ້ຊິດ, ສົ່ງເສີມການລົງທຶນແລະ ດໍາເນີນທຸລະກິດ, ​ແກ້ໄຂການຊໍາລະສະສາງໃຫ້ມີສະພາບຄ່ອງ, ຊອກວິທີແກ້ໄຂການຊໍາລະໜີ້ແລະ ພັນທະບັດໃຫ້ໄດ້ຈໍານວນໜຶ່ງ, ສືບຕໍ່ປະຕິບັດນະໂຍບາຍດອກເບັ້ຍເງິນຝາກແລະເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມເພື່ອອໍານວຍໃຫ້ແກ່ການສົ່ງເສີມການຜະລິດແລະເຄື່ອນໄຫວທຸລະກິດຂະໜາດນ້ອຍ ແລະ ກາງໃຫ້
ແຂງແຮງ. (2) ຄຸ້ມຄອງການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນ ໂດຍປະຕິຮູບກົນໄກເກັບລາຍຮັບໃຫ້ເປັນລະບົບ, ນໍາໃຊ້ເຄື່ອງມືຮັບປະກັນດ້ານຄວາມໂປ່ງໃສ, ປັບປຸງກົນໄກງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ໄປຄຽງຄູ່ກັບການປະຕິບັດມາດຕະການຕ້ານການຟູມເຟືອຍຢ່າງແຂງແຮງໃນທົ່ວປະເທດ ແລະ ອັດຊ່ອງຫວ່າງຮົ່ວໄຫລຂອງງົບປະມານ. (3) ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການຄົ້ນຄວ້ານໍາໃຊ້ທ່າແຮງຂອງຕົນເພື່ອສ້າງເປັນໂຄງການລະອຽດ ແນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ທັງປັບປຸງການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ມີປະສິດທິຜົນ ແລະ ບໍ່ໃຫ້ມີຊ່ອງຫວ່າງລະເມີດລະບຽບກົດໝາຍ. (4)​ ປັບປຸງສະພາບແວດລ້ອມ ແລະ ບັນຍາກາດຂອງການລົງທຶນ, ການດໍາເນີນທຸລະກິດ, ໂດຍແກ້ໄຂຂັ້ນຕອນ ແລະ ນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດ, ເພື່ອໃຫ້ການພິຈາລະນາອະນຸມັດລົງທຶນມີຄວາມວ່ອງໄວ, ໂປ່ງໃສ ບົນພື້ນຖານປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ. (5) ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ແລະ ບໍລິການຕາມທ່າແຮງຂອງຂະແໜງ ການ ແລະ ທ້ອງຖິ່ນເພື່ອໃຫ້ມີຄວາມຫລາກຫລາຍ ເປັນຕົ້ນ: ຜະລິດກະສິກໍາສະອາດ ແລະ ປອດສານ ພິດ, ອຸດສະຫະກໍາປຸງແຕ່ງ, ການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນາທໍາ, ການບໍລິ ການທາງຜ່ານ ແລະ ໂລຈີສຕິກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈ, ການຖ່າຍທອດເຕັກໂນໂລຊີ ເພື່ອຍົກສະມັດຕະພາບ, ຜະລິດຕະພາບ ແລະ ຄຸນນະພາບຂອງຜະລິດຕະພັນພາຍໃນໃຫ້ສູງ ເພື່ອແນໃສ່ສ້າງຄວາມອາດສາມາດຂອງສີນຄ້າ ແລະ ການບໍລິການໃຫ້ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນ. (6) ຊຸກຍູ້ຊ່ວຍເຫລືອບັນດາໂຄງການລົງທຶນທີ່ໄດ້ອະນຸມັດໃຫ້ສາມາດເຄື່ອນໄຫວຜະລິດທຸລະກິດຢ່າງມີປະສິດທິຜົນ, ໂດຍການກວດກາ ແລະ ສະໜັບສະໜູນຊ່ວຍເຫລືອຜູ້ລົງທຶນ
ບົນພື້ນຖານລະບຽບກົດໝາຍ ເພື່ອໃຫ້ການລົງທຶນທີ່ໄດ້ຮັບອະນຸມັດແລ້ວນັ້ນ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສະຫະກໍາ ແລະ ກະສິກໍາ ທີ່ມີຜົນກະທົບສູງຕໍ່ເສດຖະກິດ ໃຫ້ສາມາດເຄື່ອນໄຫວເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປະຕິບັດຕາມສັນຍາ ແລະ ເຂົ້າສູ່ຂະບວນການຜະລິດໂດຍໄວ ເພື່ອເປັນກໍາລັງແຮງຊຸກຍູ້ການເຕີບໂຕຂອງເສດຖະກິດ. (7) ປັບປຸງວິສາຫະກິດລັດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ, ສາ ມາດປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ເສດຖະກິດແຫ່ງຊາດ, ໂດຍການກວດຄືນເປົ້າໝາຍການເຄື່ອນ ໄຫວທຸລະກິດໃນໄລຍະໃໝ່, ຄວາມອາດສາມາດແຂ່ງຂັນໃນການດໍາເນີນທຸລະກິດຕາມກົນ
ໄກເສດຖະກິດຕະຫລາດບົນພື້ນຖານປະຕິບັດລະບຽບກົດໝາຍ ແລະ (8) ສືບຕໍ່ປັບປຸງກົງຈັກ,​ ກົນໄກການບໍລິຫານລັດໃຫ້ຮັດກຸ່ມ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການສືບຕໍ່ສັບຊ້ອນພາລະບົດບາດຂອງບາງຂະແໜງການທີ່ເຫັນວ່າຍັງມີການທັບຊ້ອນ ແລະ ແບ່ງຄວາມຮັບ

ພິຊອບບໍ່ຈະແຈ້ງ, ອັນສໍາຄັນແມ່ນລັດຖະບານຈະເນັ້ນໃສ່ການບໍລິຫານລັດດ້ວຍກົດໝາຍໃຫ້ເຂັ້ມງວດກວ່າເກົ່າ ແລະ ມີປະສິດທິຜົນສູງ, ຊຶ່ງຜ່ານມາສັງເກດເຫັນວ່າພາກເອກະຊົນຍັງມີຄວາມອາດສາມາດ ແລະ ທ່າແຮງຫລາຍດ້ານໃນການຂະຫຍາຍການຜະລິດ, ດໍາເນີນທຸລະກິດຕ່າງໆ, ຖ້າປັບປຸງບັນດາກົນໄກຂອງລັດໄດ້ດີ, ມີນໍ້າໃຈຮັບໃຊ້ປະຊາຊົນ, ໂປ່ງໃສ ກໍຈະເປັນກໍາລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດໄດ້ເປັນຢ່າງດີ.   

No comments:

Post a Comment